ວັນທີ 25 ພຶດສະພາ 2021 ນີ້ທ່ານ ວິໄຊ ສາຍອຸບົນ ຄະນະປະຈຳພັກເມືອງ ປະ ທານແນວລາວສ້າງຊາດເມືອງ, ທ່ານ ພັທ ຄຳຜ່ອຍ ທະນະສິດ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວມອບສັງກະສີ, ຕະປູ, ນ້ຳດື່ມ ແລະ ເຂົ້າສານໃຫ້ພໍ່ແມ່ປະຊາຊົນຢູ່ກຸ່ມຫາດຊາຍຄູນ (ບ້ານນາແສນພັນ) ແລະ ກຸ່ມນາຝ່ັງ (ບ້ານຫ້ວຍໄຮ, ນາລານ, ລົມພັດ) ເພື່ອບັນເທົາທຸກຈາກຜົນກະທົບພະຍຸລະດູຮ້ອນ.
ໂອກາດນີ້ ທ່ານ ວິໄຊ ສາຍອຸບົນ ກໍໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນວ່າ: ປັດຈຸບັນ ສະພາບດິນຟ້າອາກາດແມ່ນມີການແປປວນຢູ່ຕະຫຼອດ, ເຮັດໃຫ້ເກີດມີພະຍຸລະດຸຮ້ອນ ແລະ ຝົນບໍຕົກຖືກຕ້ອງຕາມລະດູການ; ສະນັ້ນ ໃຫ້ປະຊາຊົນບັນດາເຜົ່າຊາວເມືອງໂຂງ ຕ້ອງມີສະຕິເພີ່ມຂຶ້ນ ເຫັນໄດ້ຜົນກະທົບໃນຄັ້ງນີ້ມີຫຼາຍຄອບ ຄົວຖືກເສຍຫາຍ, ແຕ່ເຖິງແນວໃດກໍດີໃຫ້ອຳນາດການປົກຄອງບ້ານທຸກຂັ້ນເອົາໃຈໃສ່ໃນການຊ່ວຍເຫຼືອ ຄອບຄົວທີ່ຂາດແຮງງານ, ຢິບຍືນເຂົ້າປາອາຫານຊ່ວຍ ເຫຼືອເຊິ່ງກັນ ແລະ ກັນໃນຍາມຂັດສົນ.
ຈາກນັ້ນ ໃຫ້ເອົາໃຈໃສ່ໃນການປ້ອງກັນພະຍາດຕາມລະດູການທີ່ຈະເກີດຂຶ້ນ ເປັນຕົ້ນ: ພະຍາດໄຂ້ຍຸງລາຍ ຍ້ອນສະພາບຝົນຕົກມີນ້ຳຫົ້ງຕາມກະໂປະກະປ໋ອງ ຊຶ່ງເປັນແຫຼ່ງເພາະພັນຂອງຍຸງລາຍ ບວກກັບອຸນຫະພູມທີ່ເໝາະສົມໃນການຂະຫຍາຍພັນ ຕ້ອງນຳພາປະຊາຊົນສ້າງຂະບວນການອະນາໄມຕາມບ້ານ ເຮືອນ, ຂອບເຂດຄວາມຮັບຜິດຊອບຂອງໃຜລາວ; ຄຽງຄູ່ກັບການປ້ອງກັນພະຍາດຕາມລະດູການ ແມ່ນໃຫ້ມີສະຕິຕື່ມກ່ຽວກັບການປ້ອງກັນພະຍາດໂຄວິດ -19 ໃຫ້ພໍ່ແມ່ປະຊາຊົນໃສ່ຜ້າອັດປາກ ແລະ ທີ່ສຳຄັນຖ້າບໍ່ຈຳເປັນແມ່ນຫ້າມໄປໃນເຂດທີ່ມີການລະບາດຂອງພະຍາດໂຄວິດ-19.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ


