ປະຊາຊົນບ້ານນາຄານໂຮມນໍ້າໃຈສ້າງຂົວຂ້າມນໍ້າຄານແຫ່ງໃໝ່

ໃນວັນທີ 17 ພຶດສະພາ 2022, ທ່ານ ກອງສີ ວົງສີ ເຈົ້າເມືອງໆປາກລາຍ,ພ້ອມດ້ວຍຂະແໜ່ງການທີ່ກ່ຽວຂ້ອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ໄດ້ລົງພື້ນທີ່ໄປບ້ານນາຄານ ເມືອງປາກລາຍ ແຂວງໄຊຍະບູລີ,ເພື່ອຕິດຕາມຊຸກຍູ້ ແລະ ມອບວັດສະດຸກໍ່ສ້າງຂົວໃຫ້ຄະນະປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານນາຄານ ທີ່ພວມກໍາປັບປຸງສ້ອມແປງກໍ່ສ້າງຂົວຂ້າມນໍ້າຄານຈຳນວນໜຶ່ງ,ເພື່ອເປັນການປະກອບສ່ວນເຂົ້າໃນການກໍ່ສ້າງຂົວດັ່ງກ່າວ,ທ່ານນາຍບ້ານໆນາຄານໄດ້ໃຫ້ຮູ້ວ່າ:ຂົວຂ້າມນໍ້າຄານໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 30 ເມສາ 2022 ເປັນຕົ້ນມາ,ການກໍ່ສ້າງຂົວດັ່ງກ່າວນີ້້ໂດຍແມ່ນທືນປະກອບສ່ວນຂອງພໍ່ແມ່ປະຊາຊົນພາຍໃນບ້ານ,ແຮງງານງານລວມບ້ານ ແລະ ທືນປະກອບສ່ວນຈາກຜູ້ປະກອບການສັງຄົມທາງນອກທັງພາກລັດ ແລະ ເອກະຊົນລວມມູນຄ່າທັງໝົດ 65ລ້ານກ່ວາກີບ,ຂົວດັ່ງກ່າວມີຄວາມກ້ວາງ 3 ແມັດ,ຄວາມຍາວ 24 ແມັດ, ເສົາເທດ້ວຍເບຕົງເສີມເຫັລກ,ພື້ນປູດ້ວຍໄມ້ແປນ,ຫັລງຄາມຸງດ້ວຍສັງກະສີ,ຂົວຮັບນໍ້າໜັກໄດ້ 6 ໂຕນ,ທັງນີ້ກໍ່ເພື່ອເຮັດໃຫ້ການໄປມາ-ມາຫາສູ່ກັນລະຫ່ວາງບ້ານຕໍ່ບ້ານໃຫ້ມີຄວາມສະດວກສະບາຍດີຂື້ນ ແລະ ບ້ານອ້ອມຂ້າງພາຍໃນບ້ານ ສາມາດທຽວໄປມາຫາສູ່ພົວພັນພົບປະແລກປ່ຽນຊື້ຂາຍສີນຄ້າໄດ້ມີຄວາມສະດວກສະບາຍສ່ວນໜ້າວຽກທີ່ພ້ອມກັນເຮັດປະຈຸບັນແມ່ນພະນັກປ້ອງຂ້າງຂົວທັງສອງຂ້າງ,ຖົມດີນໜ້າສົ້ນຂົວທັງສອງເບື້ອງ,ປະຈຸບັນຂົວບ້ານດັ່ງກ່າວຈະສ້າງສໍາເລັດ ແລະ ຈະເລີ່ມເປີດໃຫ້ນໍາຊົມໃຊ້ວັນທີ30 ພືດສະພາ2022ນີ້ເປັນຕົ້ນໄປ.

ຂ່າວ: ດາວປະດິດ ເສດຖາລາດ
ພາບ:ການຈັດບ້ານນາຄານ

Loading...