ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອາທິດຜ່ານມານີ້ ທີ່ບ້ານນາສຳພັນ ເມືອງໂພນທອງ ແຂວງຫລວງພະບາງ, ຫ້ອງການພະລັງ ແລະ ບໍ່ແຮ່ເມືອງ ແລະສູນໄຟຟ້າປະຈຳເມືອງ ໄດ້ເປີດໄຟຟ້າລະບົບແຮງກາງ ໃຫ້ປະຊາຊົນບ້ານນາໃໝ່ ແລະບ້ານນາສຳພັນ ໄດ້ຊົມໃຊ້, ມີ ທ່ານ ສົມວອນ ແກ້ວຄຳພອນ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງໂພນທອງ, ພ້ອມດ້ວຍຜູ້ຕາງໜ້າຂະແໜງການທີ່ກ້ຽວຂ້ອງຂອງເມືອງ, ການຈັງດຕັ້ງທັງ 2 ບ້ານ ແລະປະຊາຊົນພາຍໃນ ເຂົ້າຮ່ວມ.
ໃນພິທີ ທ່ານ ສົມພົງ ແກ້ວມະນີວົງ ຫົວໜ້າສູນໄຟຟ້າປະຈຳເມືອງ ໄດ້ອະທີບາຍກ່ຽວກັບການຊົມໃຊ້ໄຟຟ້າໃຫ້ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈ ເປັນຕົ້ນ ການເປີດ-ປິດ, ການຮັກສາບູລະນະລະ ບົບໄຟຟ້າ ແລະການຊົມໃຊ້ໃນຊີວີດປະຈຳວັນ ໃຫ້ຖືກຕາມຫຼັກການ ຮັບປະ ກັນບໍ່ໃຫ້ເກີດຜົນກະທົບດ້ານລົບ. ສຳລັບການກໍ່ສ້າງຕາຂ່າຍໄຟຟ້າ ໄດ້ເລີມລົງມືແຕ່ປີ 2018 ມາຮອດປີ 2022 ໃນນັ້ນ ໄດ້ກໍ່ສ້າງຕາຂ່າຍແຮງກາງ 22 kv ທັງໝົດ 18 ກິໂລແມັດ, ຕາຂ່າຍແຮງຕຳ 0,4 kv ທັງໝົດ 2,5 ກິໂລແມັດ ແລະໄດ້ຕິດຕັ້ງໝໍ້ແປງ ພ້ອມດ້ວຍກົງເຕີໄຟຟ້າເຂົ້າແຕ່ລະຄອບຄົວ. ໂອກາດນີ້ທ່ານ ສົມວອນ ແກ້ວຄຳພອນ ໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນ ທີ່ເຮັດໃຫ້ການພັດທະນາພື້ນຖານໂຄງລ່າງຂອງເມືອງໂພນທອງ ໄດ້ຮັບການຈັດຕັ້ງປະຕິບັດ ແລະໄດ້ເນັ້ນ ໜັກ ໃຫ້ປະຊາຊົນ ພ້ອມກັນຊົມໃຊ້ໄຟຟ້າ ໃຫ້ມີຄວາມຮັບປະກັນ ດ້ານຄຸນນະພາບ ແລະເກີດຜົນປະໂຫຍດສູງສຸດ.
ຂ່າວ: ສົມເພັດ ໄຊມີກອນ ຖວທ ເມືອງໂພນທອງ