ພິທີມອບ-ຮັບໂຄງການສາທິດນໍ້າສະອາດ ຢູ່ບ້ານຫາດຄີບ ເມືອງງອຍ ແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ່ 27 ພຶດສະ ພາ 2021 ນີ້ ມີ ທ່ານ ສຸກັນ ບຸນຍົງ ປະ ທານແນວລາວສ້າງຊາດແຂວງ, ທ່ານ ລີ້ຈືກົງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ, ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງໆງອຍ, ພ້ອມດ້ວຍ ຜູ້ອໍານວຍການໃຫຍ່ບໍລິສັດຜະລິດໄຟຟ້າພະລັງນໍ້າ ນໍ້າອູຈໍາກັດ, ຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ, ອົງການປົກຄອງບ້ານ, ປະຊາຊົນ ແລະນັກຮຽນ ເຂົ້າຮ່ວມ.
ທ່ານ ຊົງຫຸ້ຍຫົງ ຜູ້ອໍານວຍການໃຫຍ່ບໍລິສັດຜະລິດໄຟຟ້າພະລັງນໍ້າ ນໍ້າອູຈໍາກັດ ກ່າວວ່າ: ໂຄງການສາທິດນໍ້າດືມ ຢູ່ບ້ານຫາດຄີບ ເມືອງງອຍ ແຂວງຫຼວງພະບາງ ແມ່ນໂຄງການໜື່ງທີ່ບໍລິສັດ Power China ໄດ້ເຂົ້າຮ່ວມໂຄງການກອງທຶນພິ ເສດການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ອີງໃສ່ໂຄງການກອງທຶນພິເສດ ແລະ ໂຄງການເຂື່ອນໄຟຟ້ານ້ຳອູ, ໂດຍມີຄວາມໝາຍສໍາຄັນ ໃນການພັດທະນາເສດຖະ ກິດທ້ອງຖິ່ນ ກົນໄກການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ, ເສີມຂະຫຍາຍປະຊາຊົນທ້ອງຖິ່ນ, ອຳນວຍຄວາມສະ ດວກໃຫ້ແກ່ຂະບວນການຂອງການເຊື່ອມໂຍງກັບພາກພື້ນ, ສົ່ງເສີມເລິກເຊີ່ງເປັນເພື່ອນບ້ານທີ່ດີ ມິດຕະພາບ ແລະການຮ່ວມມືລະຫ່ວາງສອງປະທດລາວ- ຈີນ.
ໂຄງການສາທິດການສະໜອງນ້າດື່ມ ບ້ານຫາດຄີບ ເມືອງງອຍ ຕັ້ງຢູ່ລຸ່ມເຂື່ອນໄຟຟ້ານໍ້າອູ 2 ໄດ້ເລີ້ມການກໍ່ສ້າງ ໃນໂອ ກາດການສະເຫລີມສະຫລອງປີໃໝ່ຈີນ ວັນທີ 15 ກຸມພາ 2021 ໂດຍການຮ່ວມ ມືດ້ານຊັບພະຍາກອນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍຜ່ານການສາທິດ ແລະ ສົ່ງ ເສີມເຕັກໂນໂລຊີໃນພາກພື້ນ, ມີຈຸດປະ ສົງເພື່ອປັບປຸງຄວາມສາມາດ ໃນການກໍ່ ສ້າງ ແລະຄວາມສາມາດໃນການຄຸ້ມຄອງ ໂຄງການສະໜອງນໍ້າຊົນນະບົດໃນທ້ອງ ຖິ່ນ ແລະໃຫ້ປະສົບການ ສະໜັບສະໜູນດ້ານວິຊາການປົກກະຕິ. ເຊີ່ງລັດຖະບານຈີນໄດ້ມອບໝາຍໃຫ້ ບໍລິສັດຜະລິດພລັງງານນໍ້າ, ສະຖາບັນຄົ້ນຄວ້າຊັບພະຍາ ກອນນ້ຳພະລັງງານໄຟຟ້າຈີນ ແລະບໍລິສັດສຳຫຼວດອອກແບບ ພາກເໜືອປະເທດຈີນຈຳກັດ ເພື່ອຮ່ວມກັນຈັດຕັ້ງປະຕິບັດກັບໂຄງການ. ໃນນັ້ນ ໄດ້ສ້າງແຫລ່ງນ້ຳ ແລະທໍ່ສົ່ງນ້ຳໃໝ່, ສ້ອມແປງຈຸດແຫຼ່ງນ້ຳເກົ່າ ແລະທໍ່ສົ່ງນໍ້າ, ຕິດຕັ້ງໂຮງງານກັ່ນຕອງນ້ຳສະອາດ ສູນກາງຂະໜາດໃຫຍ່, ຕິດຕັ້ງຂອບເຂດໂຮງຮຽນ ແລະສະຖານ ທີ່ສາທາລະນະບ້ານອ້ອມຂ້າງ 11 ຊຸດ ຂອງອຸປະກອນເຮັດນໍ້າບໍລິສຸດຂະໜາດນ້ອຍ ລະດັບ 15 ແມັດກ້ອນຕໍ່ວັນ, ສາ ມາດສະໜອງແຫຼ່ງນໍ້າດື່ມໂດຍກົງ ໃຫ້ກັບບ້ານອ້ອມຂ້າງ ຮັບປະກັນຄວາມປອດໄພໃຫ້ກັບປະຊາຊົນ ປະມານ 900 ຄົນ ແລະເດັກນ້ອຍໃນໂຮງຮຽນປະມານ 1.000 ຄົນ. ລວມມູນຄ່າການກໍ່ສ້າງທັງໝົດ 200.000 ໂດລາສະຫະລັດ ຫຼື 2 ຕື້ກ່ວາກີບ. ໂອກາດນີ້ ທ່ານ ສຸກັນ ບຸນຍົງ ໄດ້ມີຄຳເຫັນສະແດງຄວາມຂອບໃຈກັບ ບໍລິ ສັດ Power China ທີ່ໄດ້ຍາກແຍ່ງທືນຮອນມາຊ່ວຍກໍ່ສ້າງລະບົບນ້ຳດື່ມ ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ແລະປະຊາຊົນ ພ້ອມກັນຊົມໃຊ້ ໃຫ້ເກີດຜົນປະໂຫຍດສູູງ ແລະນຳໃຊ້ໃຫ້ໄດ້ຍາວນານ.
ຕອນທ້າຍ ການນຳຂອງແຂວງ, ພ້ອມດ້ວຍ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ແລະຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປູກຕົ້ນໄມ້ເປັນທີ່ລະນຶກ ແລະຮ່ວມພິທີມອບກະແຈຫ້ອງຄວບຄຸມລະບົບນ້ຳດື່ມ ໃຫ້ອົງການປົກຄອງບ້ານ ພ້ອມທັງທົດລອງດື່ມນ້ຳຈາກລະບົບຕື່ມອີກ.
ຂ່າວ: ອາພຸດເດດ ບຸບຜາ
May be an image of one or more people, people sitting, people standing and body of water
Loading...