ປະຊາຊົນບ້ານຫາດສາເມືອງ ແລະ ແຂວງຜົ້ງສາລີ ໂດຍສະເພາະພໍ່ແມ່ຜູ້ປົກຄອງເດັກມີຄວາມພໍໃຈ ແລະ ຍິນດີປະກອບສ່ວນໃນໂຄງການອາຫານທ່ຽງຂອງໂຮງຮຽນທີ່ລິເລີ່ມຈັດຕັ້ງປະຕິບັດໂດຍອົງການອາຫານໂລກ ຫລືWFP ປະຈໍາລາວ ແລະໄດ້ມອບໂອນໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດນັບແຕ່ສົກ 2020-2021 ເປັນຕົ້ນມາຈົນເຖິງປະຈຸ ບັນ ຊື່ງສາມາດຊ່ວຍໃຫ້ອັດຕາການປະລະການຮຽນຂອງເດັກນ້ອຍຢູ່ຫລຸດລົງ.
ທ່ານ ນາງ ຈັນຄໍາ ແສງມະນີ ຜູ້ອໍານວຍການໂຮງຮຽນປະຖົມບ້ານຫາດສາ ເມືອງຜົ້ງສາລີ ໃຫ້ຮູ້ວ່າ: ເມື່ອອົງການອາຫານໂລກປະຈຳລາວ ໄດ້ຈັດຕັ້ງປະຕິບັດໂຄງ ການອາຫານທ່ຽງໃນໂຮງຮຽນ ຢູ່ໂຮງຮຽນປະຖົມບ້ານຫາດສາ ໃນສົກຮຽນ 2015-2016, ມາຮອດສົກຮຽນ 2020-2021 ໄດ້ມອບໂອນໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດ ໂຄງການນີ້ເປັນໂຄງການໜຶ່ງທີ່ມີຄວາມສຳຄັນຕໍ່ການປັບປຸງຊີວິດການເປັນຢູ່ຂອງນັກຮຽນອະນຸບານ ແລະປະຖົມ ຊ່ວຍເຮັດໃຫ້ນັກຮຽນມີອາຫານກິນທີ່ສະອາດ ແລະ ຖືກໂພຊະນາການ ພາຍຫລັງມີໂຄງການນີ້ເຮັດໃຫ້ອັດຕາການປະລະການຮຽນຂອງເດັກນ້ອຍຫລຸດລົງຢ່າງຕໍ່ເນື່ອງ.
ສ່ວນຜູ້ປົກຄອງທີ່ຜັດປ່ຽນກັນມາເຮັດອາຫານໃນແຕ່ລະວັນຕ່າງໃຫ້ທັດສະນະວ່າ: ໂຄງການອາຫານທ່ຽງໃນໂຮງຮຽນເປັນກິດຈະກຳທີ່ດີສໍາລັບນັກຮຽນໃນເຂດຊົນນະບົດຫ່າງໄກສອກຫລີກ ໂດຍສະ ເພາະຜູ້ປົກຄອງທີ່ຖືເອົາການຜະລິດເປັນຕົ້ນ ເພື່ອລ້ຽງຄອບຄົວໃນແຕ່ລະວັນ ຊື່ງບໍ່ມີເວລາໃນການເບີ່ງແຍງລູກຫລານເທົ່າທີ່ຄວນ ຊື່ງຜູ້ປົກຄອງເຫັນດີ ແລະພ້ອມປະກອບສ່ວນຢ່າງເຕັມທີ່ຕໍ່ໂຄງການນີ້.
ໂຮງຮຽນປະຖົມສົມບູນບ້ານຫາດສາ ມີນັກຮຽນທັງໝົດ 80 ຄົນ ຍິງ 44 ຄົນ ໃນນີ້ອະນຸບານມີ 12 ຄົນ ຍິງ 9 ຄົນ ສ່ວນປະຖົມມີນັກຮຽນທັງໝົດ 60 ກວ່າຄົນ ຍິງ 30 ກວ່າຄົນ ທີ່ເຂົ້າເຖິງໂຄງການອາ ຫານທ່ຽງໃນໂຮງຮຽນ. ມາຮອດປັດ ຈຸບັນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການອາຫານໂລກ ຈັດຕັ້ງປະຕິບັດຢູ່ເມືອງຜົ້ງສາລີ ໄດ້ມອບໃຫ້ລັດຖະບານເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ໂດຍໄດ້ສະ ໜອງງົບປະມານອັດຕາກິນໃຫ້ເດັກນ້ອຍ 800 ກີບຕໍ່ຄົນຕໍ່ໜຶ່ງຄາບ ແລະ ຍັງສືບຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ໃນຈໍານວນໂຮງຮຽນ 49 ແຫ່ງທົ່ວເມືອງ ໃນນີ້ມີໂຮງຮຽນອະນຸບານ 2 ແຫ່ງ ແລະ ປະຖົມສົມບູນ 47 ແຫ່ງ, ສໍາລັບສົກຮຽນ 2022-2023 ນີ້ມີນັກຮຽນໄດ້ຮັບອາຫານທ່ຽງໃນໂຮງຮຽນທັງໝົດ 3.100 ກວ່າຄົນ, ຍິງ 1.542 ຄົນ ໃນນີ້ຊັ້ນປະຖົມ 2.275 ຄົນ, ຍິງ 1.085 ຄົນ, ຊັ້ນອະນຸບານ 830 ກວ່າຄົນ ຍິງ 457 ຄົນ.
Loading...