ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ຢູ່ທີ່ ສຸກສາລາບ້ານແດນສະຫວັນ ເມືອງໂຊໂປນ ແຂວງສະຫວັນະເຂດ, ກອງບັນຊາການທະຫານຊາຍແດນສູງສຸດ ຮ່ວມກັບ ກອງບັນຊາ ການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໄດ້ມອບທຶນການສຶກສາ ໃຫ້ນ້ອງນັກຮຽນໄປໂຮງຮຽນຈຳນວນ 100 ຄົນ ລວມເປັນເງິນ 150 ລ້ານດົງ ແລະ ມອບແນວພັນງົວໃຫ້ປະຊາຊົນ 20 ຄອບຄົວຢູ່ບ້ານເຟືອງ ແລະ ບ້ານແດນສະຫວັນ ລວມມູນຄ່າ 150 ລ້ານດົງ ໂດຍມີ ສະຫາຍ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ, ສະຫາຍ ພັນເອກ ຫງວຽນຊວນຕ່ວນ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ແຂວງກວາງຈິ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ປກສ ແຂວງ, ມີອຳນາດການປົກຄອງບ້ານແດນສະ ຫວັນ ແລະ ບ້ານ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຫງວຽນຊວນຕ່ວນ ໄດ້ໃຫ້ຮູ້ວ່າ: ການມອບທຶນການສຶກສາ ແລະ ແນວພັນງົວໃນຄັ້ງນີ້ ກໍເພື່ອແນໃສ່ປຸກລະ ດົມຈິດໃຈຊ່ວຍເຫລືອນ້ອງນັກຮຽນຜູ້ທຸກຍາກ ໃຫ້ມີຄວາມບຸກບືນສູ້ຊົນໃນການຮໍ່າຮຽນ ແລະ ຊ່ວຍເຫລືອບັນດາຄອບຄົວຜູ້ທຸກຍາກ 2 ບ້ານດັ່ງກ່າວມີເງື່ອນໄຂພັດຖະນາເສດຖະກິດລຶບລ້າງຄວາມທຸກຍາກ, ພ້ອມກັນເສີມສ້າງສາຍພົວພັນສາມັກຄີມິດຕະພາບ ຂອງປະຊາ ຊົນຢູ່ສອງເບື້ອງຊາຍແດນ ແລະ ຫວັງຢ່າງຍິ່ງວ່າຄະນະພັກ-ອຳນາດການປົກຄອງທ້ອງຖິ່ນ ບັນດາໂຮງຮຽນສ້າງທຸກເງື່ອນ ໄຂອຳນວຍຄວາມສະດວກໃຫ້ນ້ອງນັກຮຽນຜູ້ທຸກຍາກ ບຸກບືນສູ້ຊົນໃນການຮໍ່າຮຽນ ແລະ ໄດ້ພັດທະນາ,ເອົາໃຈໃສ່ຕິດຕາມການລ້ຽງສັດ ເພື່ອຊ່ວຍປະຊາ ຊົນຂະຫຍາຍແນວພັນງົວ ໃຫ້ກາຍເປັນຝຸງງົວໃນອະນາຄົດ.
ໂອກາດນີ້, ສະຫາຍ ວົງສະຫວັນ ວຽງມະ ນີ ກໍໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງກອງບັນຊາການທະຫານຊາຍແດນສູງສຸດ ແລະ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເກລືອທຶນການສຶກສາ ແລະ ແນວພັນງົວໃນຄັ້ງນີ້, ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະລົງໃກ້ຊິດຕິດແທດກັບອຳນາດການປົກບ້ານ ແລະ ໂຮງຮຽນ ເພື່ອເຮັດໃຫ້ການນຳໃຊ້ທຶນທີ່ໄດ້ຮັບ ຖືກຕ້ອງຕາມເປົ້າໝາຍ.
Loading...