ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປະຊາຊົນຫລາຍບ້ານ ຢູ່ເມືອງອາດສະພອນພ້ອມກັນສ້ອມແປງເສັ້ນທາງຄືນໃໝ່
ຫລັງຈາກທີ່ຝົນຕົກ ຕິດຕໍ່ກັນຫລາຍວັນ ໃນອາທິດຜ່ານມາ, ເຮັດໃຫ້ເກີດມີນນໍ້າຖ້ວມຫລາຍບ້ານ ຢູ່ເມືອງອາດສະພອນ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ເສັ້ນທາງການສັນຈອນໄປ-ມາຫາສູ່ກັນ ລະຫວ່າງເມືອງຫາບ້ານ ແລະ ບ້ານ ຫາບ້ານ ມີຄວາມລຳບາກ ແລະ ຫຍຸ້ງຍາກ, ບາງບ່ອນຖືກຕັດຂາດຍ້ອນນ້ຳ ສາຍຫ້ວຍໄຫລຖ້ວມທາງ ຈົນຕ້ອງໄດ້ໃຊ້ເຮືອ.
ມາໃນລະຫວ່າງວັນທີ 5-7 ສິງຫາ 2023 ນີ້, ການນຳຂອງເມືອງອາດສະພອນ ນຳໂດຍ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ ຊີ້ນຳເຂດ-ຊີ້ນຳໜ່ວຍພັກບ້ານຕ່າງໆ ໄດ້ເຄື່ອນໄຫວນຳພາການສ້າງຂະບວນການສ້ອມແປງເສັ້ນທາງ ທີ່ຖືກເປ່ເພເສຍຫາຍແຕ່ລະເສັ້ນພາຍໃນເມືອງ.ສະນັ້ນ, ອໍານາດການປົກຄອງຈຸດສຸມ-ກຸ່ມບ້ານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຈຶ່ງພ້ອມພາກັນສ້ອມແປງເສັ້ນທາງຄືນໃໝ່ຫລາຍຈຸດເຊັ່ນ: ເສັ້ນທາງຈາກບ້ານຜັກຂະຫຍ່າ ເຂົ້າຫາ ເມືອງ, ບ້ານດົງນາງາມ ເຂົ້າຫາເມືອງ, ບ້ານນາໝາກເກືອ ຫາບ້ານຫີນສີ່ວ, ບ້ານວຽງໄຊ ຫາຈຸດສຸມນາເລົ່າ, ໄດ້ມີການວາງເປົາຊາຍຖົມບວກ, ຂຸມແຕ່ລະຈຸດຕາມເສັ້ນທາງທີ່ຖືກກະແສນໍ້າໄຫລຊຸ ແລະ ອະນາໄມຕາມກ້ອງຂົວ ເພື່ອໃຫ້ນ້ຳໄຫລຜ່ານໄດ້ສະດວກ. ທັງນີ້, ກໍເພື່ອເຮັດໃຫ້ການສັນຈອນໄປ-ມາຫາສູ່ລະຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາເມືອງສະດວກສະບາຍຂື້ນ.
ຂ່າວ: ເມືອງອາດສະພອນ