ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການສົ່ງເສີມການຜະລິດເປັນສິນຄ້າ, ການ ຄໍ້າປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄ້ມຄອງການນໍາເຂົ້າສິນຄ້າອຸປະ ໂພກ-ບໍລິໂພກຂອງປະຊາຊົນຜູ້ຜະລິດດ້ານກະສິກຳ ແລະ ສົ່ງອອກຂອງເມືອງປາກລາຍ ແຂວງໄຊຍະບູລີ ແມ່ນມີຄວາມເພິ່ງພໍ່ໃຈຫລາຍຍ້ອນຄວາມເອົາໃຈໃສ່ຊຸກຍູ້ຕິດຕາມຂອງພາກລັດກໍ່ຄືຫ້ອງການທີ່ກ່ຽວຂ້ອງທີ່ໄດ້ເປັນເຈົ້າການຕິດຕາມສົ່ງເສີມໃຫ້ປະຊາຊົນສ້າງລາຍຮັບຈາກການຜະລິດດ້ານກະສິກໍາປູກຝັງ ແລະ ລ້ຽງສັດ ສະຫາຍ ສຸລິຈັນ ສີປະມວນ ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ປະກອບຄໍາເຫັນໃນວາດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກລາຍ ຄັ້ງທີ 7 ສະໄຫມທີ VIII ຄັ້ງວັນທີ 1-2 ພະຈິກ 2021ນີ້ວ່າ:ດ້ານກະສິກໍາ ການປູກເຂົ້າມີເນື້ອທີ່ແຜນການທັງໝົດ 6.900 ເຮັກຕາ ປະຕິບັດໄດ້ 6.796,65 ເຮັກຕາ ເທົ່າກັບ 98,50% ຂອງແຜນການປີ, ການປູກພືດສະບຽງອາຫານ: ມີເນື້ອທີ່ 629 ເຮັກຕາ ປະຕິບັດໄດ້ 562,66 ເຮັກຕາ ເທົ່າກັບ 89,45% ຂອງແຜນການປີ, ການປູກພືດເປັນສິນຄ້າ: ແຜນການທັງໝົດ 36.516 ຮຕ ປະຕິບັດໄດ້ 32.025,72 ຮຕ ເທົ່າກັບ 87,70% ຂອງແຜນການປີ ໃນນີ້ເດັ່ນ ແລະ ສ້າງລາຍຮັບໃຫ້ປະຊາຊົນສູງກວ່າໝູ່ແມ່ນມັນຕົ້ນ 24.256,98 ຮຕ, ຮອງລົງມາແມ່ນສາລີແຂງ 4.744,93 ຮຕ, ໄດ້ເອົາໃຈໃສ່ຊຸກຍູ້ການລ້ຽງສັດ, ການຜະລິດຊີ້ນ-ປາ ເພື່ອຕອບສະໜອງການບໍລິໂພກພາຍໃນ ແລະ ສົ່ງອອກ, ທົ່ວເມືອງມີຄອບຄົວຜະລິດລູກໝູ 6 ຄອບຄົວເພີ້ມຂຶ້ນ 5 ຄອບຄົວ, ຜະລິດລູກໝູໄດ້ 900 ໂຕ, ລ້ຽງໄກ່ພັນໄຂ່ 2 ຄອບຄົວ ຜະລິດໄຂ່ໄດ້ 3.313 ໜ່ວຍ/ວັນ, ລ້ຽງໝູເປັນສິນຄ້າ 13 ຄອບຄົວ, ລ້ຽງສັດໃຫຍ່ປະເພດງົວ-ຄວາຍ 5 ຄອບຄົວ, ປະສົມພັນປາ 3 ຄອບຄົວ, ລ້ຽງປາກະຊັງ 1 ຄອບຄົວມີປາ 200.000 ໂຕ, ຄອບຄົວປູກຫຍ້າອາຫານສັດ 9 ຄອບຄົວ ເນື້ອທີ່ 387 ຮຕ, ປະຈຸບັນທົ່ວເມືອງມີສັດລ້ຽງທັງໝົດ 552,437 ໂຕ.
ສ່ວນດ້ານການສົ່ງອອກສະຫາຍ ວານິສາ ສຸນາເຄນກໍາມະການພັກເມືອງ,ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກລາຍກໍ່ໄດ້ໃຫ້ຮູ້ວ່າ:ດ້ານອຸດສາຫະກໍາ-ການຄ້າ ມູນຄ່າການຜະລິດດ້ານອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 325,84 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 89,51%, ທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ້ມຂຶ້ນ 11,85%, ມູນຄ່າການຈໍາຫນ່າຍຜະລິດຕະພັນດ້ານອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 390,37 ຕື້ກີບ, ເທົ່າກັບ 96,01% ຂອງແຜນການປີ, ທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ້ມຂຶ້ນ 17,03%. ການຂະຫຍາຍຕົວຂອງຫົວໜ່ວຍທຸລະກິດເພີ້ມຂຶ້ນ 47 ຫົວໜ່ວຍ, ທຽບໃສ່ເວລາດຽວຂອງປີຜ່ານມາຫຼຸດລົງ 25,40%.
(ຂ່າວ:ດາວປະດິດ ເສດຖາລາດ – ພາບ: ເກດ ອານຸສອນ)