ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 16-17 ກັນຍາ 2021 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີຝົກຕົກໜັກເຮັດໃຫ້ເກີດນໍ້າຖ້ວມເນື້ອທີ່ ທໍາການຜະລິດ ແລະ ສິ່ງປຸກສ້າງຂອງປະຊາຊົນ, ເສັ້ນ​ທາງ ແລະ ຂົວບາງແຫ່ງຖືກນໍ້າຖ້ວມ ຈົນບໍ່ສາມາດສັນ​ຈອນໄປ-ມາໄດ້, ໃນນັ້ນມີ 5 ບ້ານທີ່ຖືກຜົນກະທົບ, ມີ 24 ຄອບຄົວຄື: ບ້ານທ້າວແກ່ນ 3 ຄອບຄົວ, ບ້ານຈອມແກ້ວ 1 ຄອບຄົວ, ບ້ານເມືອງໝໍ 15 ຄອບຄົວ, ບ້ານນາຫີນ 4 ຄອບຄົວ ແລະ ບ້ານນາບອນ 1 ຄອບ ຄົວ.
ພ້ອມນີ້, ຫົນທາງຖືກນໍ້າເຊາະເຈື່ອນ 4 ຈຸດ ຄື: ແຕ່ສາມແຍກສາລານໍ້າວັງຫລວງ-ຫໍແດນດິນ (ບ້ານລາດຂາມປ້ອມ), ສາມແຍກບ້ານນໍ້າເຕົ່າ-ບ້ານດົງສະຫງວນ (ເມືອງປາກລາຍ), ສາມແຍກບ້ານໂພນປ່າປໍ-ບ້ານກົກໄຮ່ຄໍາ ແລະ ບ້ານຫາດແດງ-ທ່າບັກເວີນຄໍາ, ການສັນຈອນພົບຄວາມຫຍຸ້ງຍາກ ບາງຈຸດລົດນ້ອຍບໍ່ສາມາດທຽວໄດ້, ນໍ້າຖ້ວມຂົວ 8 ແຫ່ງ ຄື: ຂົວບ້ານຫາດແດງ-ບ້ານພວນ, ຂົວບ້ານຈອມແກ້ວ, ຂົວບ້ານນໍ້າເຕົ່າ, ຂົວບ້ານປາກຕົມ, ຂົວບ້ານຫ້ວຍບູຮາ, ຂົວບ້ານເມືອງໝໍ ແລະ ຂົວບ້ານປາກແຄມ 2 ແຫ່ງ. ສ່ວນມູນຄ່າຄວາມເສຍຫາຍ ແລະ ເນື້ອທີ່ນາ ແມ່ນຍັງບໍສາມາດປະເມີນໄດ້.
ຕໍ່ກັບສະພາບຜົນກະທົບຄັ້ງນີ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ລົງເກັບກໍາຂໍ້ມູນ ແລະ ລາຍງານປະທານຄະນະກໍາມະທິການຄຸ້ມຄອງໄພພິ ບັດຂັ້ນເມືອງແລ້ວ ເພື່ອມີທິດຊີ້ນໍາ ໃນການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ.
ຂ່າວ: ຖວທ ແກ່ນທ້າວ
Loading...