ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ປະຊາຊົນແຂວງສາລະວັນຮຽນຮູ້ດ້ານການວາງແຜນດ້ານການຫລຸດຜ່ອນໄພພິບັດ

ລະຫວ່າງວັນທີ 17-24 ກັນຍາ 2023ນີ້ ອົງການກາແດງແຫ່ງຊາດລາວ ຮ່ວມກັບອົງການກາແດງແຂວງສາລະວັນ ໄດ້ລົງແນະນຳດ້ານການວາງແຜນການຫຼຸດຜ່ອນຄວາມສ່ຽງໄພພິບັດ, ໃຫ້ແກ່ປະຊາຊົນໃນຂອບເຂດບ້ານວາປີ, ນ້ອຍເຊ, ໂພນຕານ, ນາວ້າ, ເກາະຊ່ອງ ແລະ ຫ້ວຍໂຄນ, ເມືອງວາປີ ແຂວງສາລະວັນ ໂດຍການເຂົ້າຮ່ວມຂອງ ດຣ.ສີວິໄລ ໄຊຍະລາດ ຄະນະຫ້ອງການຂົນຂວາຍ ແລະຊ່ວຍເຫຼືອບັນທຸກ ອົງການກາແດງແຫ່ງຊາດລາວ, ມີບັນດາທ່ານຄູຝຶກຈາກອົງການກາແດງແຫ່ງຊາດລາວ, ແລະ ອົງການກາແດງແຂວງຄຳມ່ວນ; ການສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດໃຫ້ແກ່ປະຊາຊົນໃນຄັ້ງນີ້ ແນໃສ່ໃນການຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນອານະຄົດ ເພື່ອບໍ່ໃຫ້ເກີດຜົນກະທົບທີ່ຮ້າຍແຮງ ຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງປະຊາຊົນ, ການວິເຄາະໄພອັນຕະລາຍ, ພະຍາດລະບາດຄົນ ແລະສັດ, ໄພແຫ້ງແລ້ງ, ສູນອົບພະຍົບໃນເວລາເກີດໄພພິບັດ, ຄວາມຕ້ອງການຂອງຊຸມຊົນ, ປະຫວັດຄວາມເປັນມາຂອງການສ້າງຕັ້ງບ້ານ, ການປຽ່ນແປງດິນຟ້າອາກາດ ການພັດທະນາ ແລະ ການຂະຫຍາຍໂຕເສດຖະກິດ-ສັງຄົມ ການເຕືອນໄພລ່ວງໜ້າ, ແຜນຫຼຸດຜ່ອນຄວາມສຽ່ງໄພພິບັດ, ການປະເມີນຄວາມສ່ຽງ,ຄວາມສາມາດຂອງຊຸມຊົນ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ 06 ບ້ານເປົ້າໝາຍເມືອງວາປີແຂວງສາລະວັນ ເພື່ອໃຫ້ເຂົາເຈົ້າສາມາດຊ່ວຍເຫຼືອຕົນເອງໄດ້ໃນຊຸມຊົນ ທີ່ມີຄວາມສຽ່ງທີ່ອາດຈະເກີດໄພພິບັດຂຶ້ນໃນຕໍ່ໜ້າໃຫ້ມີປະສິດທິພາບ, ກິດຈະກຳສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ອົງການຢູນີເຊັບ(Unicef).