ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ມາຮອດປັດຈຸບັນ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ ຈາກພາກລັດ ແລະ ເອກະ ຊົນ, ລວມທັງບຸກຄົນ, ນິຕິບຸກຄົນ, ບໍລິ ສັດ, ຫ້າງຮ້ານຕ່າງໆ ທັງພາຍໃນແຂວງ ແລະ ຕ່າງແຂວງ ເຊິ່ງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງຫລວງຫລາຍ.
ຂະນະທີ່ທີມງານຜະລິດນໍ້າດື່ມ-ນໍ້າໃຊ້ເຄື່ອນທີ່ ຈາກສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ສົມທົບກັບ ລົດຜະລິດນໍ້າສະອາດ ຂອງພະແນກສາທາລະນະສຸກ ແຂວງຄຳມ່ວນ ນຳເອົາເຄື່ອງກອງນ້ຳສະອາດ ເຄື່ອນທີ່ 2 ເຄື່ອງ ມາກັ່ນກອງນ້ຳເພື່ອນຳໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທັງໝົດ 14 ບ້ານ ໃຫ້ໄດ້ນຳໃຊ້ນ້ຳທີ່ສະອາດ ຢ່າງທົ່ວເຖິງ ໂດຍນຳໃຊ້ແຫລ່ງນ້ຳຈາກທຳມະຊາດ ມາກັ່ນຕອງ ເຊິ່ງສາມາດຜະລິດນ້ຳໄດ້ເຄື່ອງລະ 4 ພັນລິດຕໍ່ຊົ່ວໂມງ(ຜະລິດນ້ຳ 8-10 ຊົ່ວໂມງ/ວັນ).
ຜູ້ຮັບຜິດຊອບຜະລິດນ້ຳສະອາດ ເຄື່ອນທີ ຈາກກະຊວງສາທາລະນະສຸກ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 9 ສິງຫາ 2023 ນີ້ວ່າ: ປັດຈຸບັນ ສະພາບນ້ຳຖ້ວມເຮືອນປະຊາຊົນ ຢູ່ເມືອງຄູນຄຳ ໄດ້ຫລຸດລົງເກືອບວ່າເປັນປົກກະຕິແລ້ວ ທີມງານຜະລິດນໍ້າດື່ມ-ນໍ້າໃຊ້ ເຄື່ອນທີ່ໄດ້ສົມທົບກັນຜະລິດນໍ້າສະອາດເຄື່ອນທີ່ ເພື່ອເຂົ້າໃຫ້ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຢ່າງຮີບດ່ວນ ໂດຍໄດ້ນຳເອົາເຄື່ອງກອງນ້ຳສະອາດເຄື່ອນທີ 2 ເຄື່ອງ ເຂົ້າມາຕັ້ງ ຢູ່ຕາມຈຸດຕ່າງໆ ທີ່ມີແຫລ່ງນ້ຳທຳມະຊາດ ໃນຂອບເຂດບ້ານທີ່ໄດ້ຮັບຜົນກະທົບ ເຊິ່ງເລີ່ມແຕ່ວັນທີ 7-9 ສິງຫາ 2023(3ມື້) ສາມາດຜະລິດນ້ຳ ແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ທັງ 14 ບ້ານ ໄດ້ 145.000 ລິດ. ທັງນີ້ເຫັນໄດ້ວ່າປະຊາຊົນ ຈຳນວນຫລາຍມີຄວາມດີໃຈ ນຳເອົາຕຸກ, ຖັງ ຂອງໃຜລາວ ໃສ່ລົດໄຖ, ລົດໃຫຍ່ ມາໃສ່ເອົານ້ຳ ເພື່ອນຳໄປບໍລິໂພກໃນຊີວິດປະຈຳວັນ. ພ້ອມນັ້ນ, ທີມງານດັ່ງກ່າວ, ຍັງໄດ້ຜະລິດນ້ຳໂປ່ມໃສ່ລົດບັນທຸກນ້ຳ ນຳໄປແຈກຢາຍໃຫ້ປະຊາຊົນ ທີ່ຢູ່ໄກຈາກຈຸດໃຫ້ບໍລິການ ຫລື ຜູ້ທີ່ບໍ່ມີລົດມາຮັບເອົາ. ຢ່າງໃດກໍຕາມ ໜ່ວຍງານດັ່ງກ່າວ, ຈະສືບຕໍ່ຜະລິດນ້ຳສະອາດ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ 14 ບ້ານ, 2.812 ຄອບຄົວ, ທີ່ມີປະຊາ ກອນທັງໜົດ 12.767 ຄົນ ໃຫ້ໄດ້ນຳໃຊ້ນ້ຳທີ່ສະອາດ ຢ່າງທົ່ວເຖິງ ຈົນກວ່າສະພາບການຈະກັບມາເປັນປົກກະຕິ.
ທີມງານຜະລິດນ້ຳສະອາດ ໃຫ້ຮູ້ອີກວ່າ: ໃນການຜະລິດນ້ຳທຸກຄັ້ງ ທີມງານ ໄດ້ມີການກວດຄຸນນະພາບນ້ຳເປັນປະຈຳ ເຊິ່ງຄວາມຂຸ່ນທີ່ສາມາດຜະລິດອອກມາແມ່ນ 0,33 NTU, 0,12 NTU ຫລື 0 NTU ອີງຕາມສະພາບຄວາມຂຸ່ນຂອງນ້ຳ. ພ້ອມນັ້ນ, ກະລໍລີນຕົກຄ້າງໃນນ້ຳ ໄດ້ປັບຢູ່ 0,4 ມີລີກຣາມຕໍ່ລິດ, ອີງຕາມຂໍ້ຕົກລົງຂອງ ກະຊວງສາທາລະນະສຸກ ດຳນົດໄວ້ ນ້ຳກິນ, ນ້ຳໃຊ້ ແມ່ນ 0,2 ມີລີກຣາມຕໍ່ລິດ ແຕ່ໃນຊ່ວງໄພພິບັດນ້ຳຖ້ວມ ທີມງານ ໄດ້ປັບໃສ່ 0,4 ມີລີກຣາມຕໍ່ລິດ ເພື່ອຮອງຮັບການຂ້າເຊື້ອພະ ຍາດ ໃຫ້ມີປະສິດ ທິພາບ, ປະສິດທິຜົນ, ໃຫ້ໄດ້ນ້ຳອອກມາທີ່ສະອາດ, ປອດໄພ, ບໍ່ມີເຊື້ອພະຍາດ ແລະ ສາມາດກິນໄດ້ເລີຍ.
ປະຊາຊົນ ທີ່ໄດ້ຮັບຜົນກະທົບຫລາຍທ່ານ ໃຫ້ສຳພາດເປັນສຽງດຽວກັນວ່າ: ນັບແຕ່ໄດ້ປະສົບໄພ ພິບັດນ້ຳຖ້ວມ ເປັນຕົ້ນມາ, ສິ່ງອຳນວຍຄວາມສະດວກຕ່າງໆຖືກຕັດຂາດ ເປັນຕົ້ນ ແມ່ນນ້ຳ ແລະ ໄຟ ຟ້າ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກ, ເຮັດໃຫ້ປະຊາຊົນບໍ່ມີນ້ຳກິນ, ນຳໃຊ້, ໄດ້ໂຕ່ງນ້ຳ ຈາກນ້ຳຝົນໄວ້ກິນ, ໄວ້ໃຊ້, ໄວ້ອາບ ແກ້ໄຂໃນແຕ່ລະມື້, ຈົນມາຮອດວັນທີ 7 ສິງຫາ 2023, ພາກສ່ວນທີ່ກ່ຽວຂ້ອງ ກໍຄື ທີມງານລົດຜະລິດນ້ຳສະອາດ ໄດ້ເຂົ້າມາຕັ້ງເຄື່ອງຜະລິດນ້ຳສະອາດ ເພື່ອແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ. ຕົນເອງກໍ່ຮູ້ສຶກດີໃຈ ໄດ້ນຳເອົາຕຸກ, ຖັງ ແລະ ອື່ນໆ ໃສ່ລົດມາໂຕ່ງເອົານ້ຳ ເພື່ອນຳໄປໃຊ້ໃນຊີວິດປະຈຳວັນ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ພາກລັດ ກໍຄືພາກສ່ວນທີ່ກ່ຽວຂ້ອງ ທີ່ເຫັນໄດ້ຄວາມສຳຄັນ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ປະສົບກັບຄວາມຫຍຸ້ງຍາກໃນຊ່ວງວິກິດ, ພ້ອມທັງຮຽກ ຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ຮີບຮ້ອນເຂົ້າມາແກ້ໄຂ, ໃຫ້ການຊ່ວຍເຫລືອໃນດ້ານອື່ນໆຕື່ມອີກ ໂດຍສະເພາະ ແມ່ນໄຟຟ້າ, ນ້ຳກິນ, ນ້ຳໃຊ້ ອາຫານ ແລະ ອື່ນໆ ເພື່ອເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງ 14 ບ້ານ ກັບມາມີຊີວິດການເປັນຢູ່ຢ່າງເປັນປົກກະຕິ ໂດຍໄວ.
ຂ່າວ-ພາບ: ທະນູທອງ