ຊີວິດການເປັນຢູ່ຂອງປະຊາຊົນບ້ານບວມອໍ້ ເຊີ່ງເປັນບ້ານໜຶ່ງທີ່ໄດ້ຮັບຜົນກະ ທົບຈາກໂຄງການທາງລົດໄຟ ລາວ-ຈີນ ຢູ່ເມືອງຊຽງເງິນ, ແຂວງຫລວງພະບາງ ໄດ້ຮັບການປັບປຸງນັບມື້ດີຂຶ້ນຫລັງຈາກໄດ້ຍັບຍ້າຍມາຢູ່ບ່ອນຈັດສັນໃໝ່ທີ່ທາງໂຄງ ການຈັດສັນໃຫ້ນັບແຕ່ທ້າຍປີ 2021 ເປັນຕົ້ນມາ.
ທ່ານ ສົມພົງ ສົມພອນພາ ນາຍບ້ານ ບ້ານບວມອໍ້ ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ຈີນ ທີ່ໄປເຄື່ອນໄຫວເກັບກໍາຂ່າວຢູ່ບ້ານດັ່ງກ່າວໃນວັນທີ 20 ກັນຍາ 2023 ວ່າ: ບວມອໍ້ ເປັນບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ -ຈີນ ທະລຸຜ່ານໝົດບ້ານ ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ຍັບຍ້າຍໄປຢູ່ບ່ອນໃໝ່ທີ່ທາງໂຄງ ການຈັດສັນໃຫ້ ແຕ່ຍັງນອນຢູ່ໃນຂອບເຂດເນື້ອທີ່ຂອງບ້ານບວມອໍ້ຄືເກົ່າ, ມີເຮືອນທັງໝົດ 107 ຫລັງ, ມີທັງໝົດ 103 ຄອບຄົວ, ມີປະຊາຊົນທັງໝົດ 412 ກວ່າຄົນ. ຢູ່ບ້ານຈັດສັນໃໝ່ ທາງໂຄງການໄດ້ກໍ່ເຮືອນ ແລະ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ: ຖະໜົນ ຖົນທາງ, ໂຮງຮຽນ, ສຸກສາລາ, ລະບົບນ້ຳລິນ, ລະບົບໄຟຟ້າ ແລະ ອື່ນໆ ໂດຍໄດ້ຈັດສັນເນື້ອທີ່ປຸກສ້າງໃຫ້ຄອບຄົວລະ 20×30 ແມັດ, ສ່ວນຮູບແບບໂຄງສ້າງຂອງເຮືອນ ແບ່ງເປັນປະເພດ 1,2,3 ຄື: ເຮືອນ 2 ຊັ້ນ, ເຮືອນວິນລາ 8×11 ແມັດ ແລະ ເຮືອນວິນລາ 4×8 ແມັດ, ສໍາລັບການຈັດສັນເຮືອນໃຫ້ແຕ່ລະຄອບຄົວ ແມ່ນອີງຕາມຖານະ ຫລື ຮູບແບບຂອງເຮືອນທີ່ແຕ່ລະຄອບຄົວເຄີຍມີໃນບ້ານເກົ່າ, ສ່ວນເນື້ອທີ່ທຳການຜະລິດແມ່ນສາມາດໄປເຮັດການຜະລິດຢູ່ບ່ອນເກົ່າໄດ້ເປັນປົກກະຕິ.
ທ່ານນາຍບ້ານ ແລະ ປະຊາຊົນພາຍບ້ານບວມອໍ້ ຈໍານວນໜຶ່ງຕ່າງເວົ້າເປັນສຽງດຽວກັນວ່າ: ພາຍຫລັງຍັບຍ້າຍມາຢູ່ບ້ານຈັດສັນໃໝ່ຊີວິດການເປັນຢູ່ດີຂຶ້ນຫລາຍເທົ່າ, ຖ້າທຽບໃສ່ເມື່ອກ່ອນ ຍ້ອນມີສິ່ງອຳນວຍຄວາມສະດວກຫລາຍດ້ານ, ມີຖະ ໝົນຫົນທາງທີ່ດີຂຶ້ນ, ມີເຮືອນຢູ່ທີ່ແໜ້ນໜາຖາວອນ, ມີສຸກສາລາ ຫລື ໂຮງໝໍນ້ອຍ, ສະດວກສະບາຍໃນການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ແລະ ອື່ນໆ.
ບວມອໍ້ ແມ່ນ 1 ໃນຈໍານວນ 4 ບ້ານພາຍໃນ 4 ເມືອງຂອງ 3 ແຂວງພາກເໜືອຂອງລາວ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນເພື່ອກໍ່ສ້າງບ້ານຈັດສັນ ຍ້ອນໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ -ຈີນ ເຊີ່ງມີເຮືອນທັງໝົດ 107 ຫລັງ, ນໍາໃຊ້ເນື້ອທີ່ 23,76 ເຮັກຕາ, ໃນນີ້ມີເຮືອນຂະໜາດໃຫຍ່ 13 ຫລັງ, ກາງ 68 ຫລັງ ແລະ ນ້ອຍ 26 ຫລັງ.
ສ່ວນອີກ 3 ບ້ານທີ່ເຫລືອ ລວມມີ: ບ້ານນາເຕີຍ ເມືອງຫລວງນໍ້າທາ, ນໍາໃຊ້ເນື້ອທີ່ 19,6 ເຮັກຕາ, ມີເຮືອນ 159 ຫລັງ, ໃນນັ້ນມີເຮືອນຂະໜາດໃຫຍ່ 76 ຫລັງ, ກາງ 45 ຫລັງ ແລະ ນ້ອຍ 38 ຫລັງ. ບ້ານນາໝໍ້ໃຕ້, ເມືອງນາໝໍ້, ແຂວງອຸດົມໄຊ 60 ຫລັງ, ນໍາໃຊ້ເນື້ອທີ່ 12,4 ເຮັກຕາ, ມີເຮືອນຂະໜາດໃຫຍ່ 10 ຫລັງ, ກາງ 3 ຫລັງ ແລະ ນ້ອຍ 47 ຫລັງ ແລະ ຢູ່ບ້ານນາຄົກ, ເມືອງງາ, ແຂວງອຸດົມໄຊເຊັ່ນດຽວ ກັນ ຈໍານວນ 23 ຫລັງ, ນໍາໃຊ້ເນື້ອທີ່ 8,7 ເຮັກຕາ, ມີເຮືອນຂະໜາດໃຫຍ່ 5 ຫລັງ, ກາງ 3 ຫລັງ ແລະ ນ້ອຍ 15 ຫລັງ.
ສໍາລັບການກໍ່ສ້າງບ້ານຈັດສັນທັງ 4 ແຫ່ງພາຍໃນ 4 ເມືອງຂອງ 3 ແຂວງດັ່ງກ່າວນີ້ ໂດຍທຶນຊ່ວຍເຫລືອຂອງລັດຖະບານຈີນ ແມ່ນເລີ່ມລົງມືກໍ່ສ້າງ ແຕ່ວັນທີ 17 ເມສາ 2021 ແລະ ສຳເລັດວັນທີ 30 ມີນາ 2022. ບ້ານຈັດສັນທັງ 4 ແຫ່ງໄດ້ຈັດພິທີມອບ-ຮັບພ້ອມກັນໃນວັນທີ 29 ພຶດສະພາ ປີ 2022 ຜ່ານມານີ້.
Cr: ບຸນຕຽງ ຈັນທະວົງ




