ໃນໂອກາດລາຍງານຕໍ່ກອງປະຊຸມ ສະໄໝສາມັນ ຄັ້ງທີ 25 ຂອງສະພາບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 22 ເມສາ 2022. ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ທລຍ ໃຫ້ຮູ້ວ່າ: ໄລຍະ 18 ປີ (2003-2021) ຜ່ານມາ ທລຍ ໄດ້ຈັດຕັ້ງປະຕິບັດກິດຈະກໍາຢູ່ 11 ແຂວງ ຄື: ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ຫຼວງພະບາງ, ແລະ ອຸດົມໄຊ, ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງຈໍານວນ 148 ເມືອງໃນທົ່ວປະເທດ, ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ໃນນີ້ ມີ 2.262 ບ້ານ ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫຼາຍກວ່າ 1,3 ລ້ານຄົນ ໂດຍໄດ້ຮັບທຶນທັງໝົດ 210 ລ້ານໂດລາສະຫະລັດ ຈາກຫຼາຍແຫຼ່ງທຶນ ເຊັ່ນ: ທະນາຄານໂລກ 58,69%, ທຶນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ 20,46%, ລັດຖະບານອົດສະຕາລີ 8,03%, ທຶນລັດຖະບານລາວສົມທົບ 7,62%, ທຶນແກ້ໄຂໄພພິບັດຈາກພະຍຸເກດສະໜາ 3,61% ແລະ ລັດຖະບານຍີ່ປຸ່ນ 1,25%, ໃນນັ້ນ ເປັນທຶນກູ້ຢືມຈາກທະນາຄານໂລກ ກວມເອົາ 39,67% ເຫຼືອນັ້ນເປັນການຊ່ວຍເຫຼືອລ້າ.
ທ່ານ ທ່ານ ພັດນະຄອນ ຄັນທະມີໄຊ ໃຫ້ຮູ້ຕື່ມວ່າ: ງົບປະມານດັ່ງກ່າວ ທລຍ ໄດ້ຈັດສັນໃສ່ກິດຈະກໍາການກໍ່ສ້າງ ແລະ ປັບປຸງການເຂົ້າເຖິງການບໍລິການຂັ້ນພື້ນຖານຕ່າງໆ ຊຶ່ງເປັນສາເຫດຂອງຄວາມທຸກຍາກຢູ່ໃນເຂດຊົນນະບົດ; ກິດຈະກໍາສ້າງຄວາມເຂັ້ມ ແຂງໃຫ້ຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນ, ປົກປັກຮັກສາສິ່ງແວດລ້ອມ-ສັງຄົມ, ປັບປຸງຊີວິດການເປັນຢູ່ ແລະ ວຽກງານບໍລິຫານຕ່າງໆ, ມີທັງໝົດ 6.670 ໂຄງການຍ່ອຍ, ໃນນັ້ນ ມີ 5.796 ໂຄງການຍ່ອຍດ້ານໂຄງລ່າງພື້ນຖານທີ່ຕິດພັນກັບຍຸດທະສາດ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງ 4 ຂະແໜງການ ຄື: ການສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ໂຍທາທິການ ແລະ ວຽກງານກະສິກໍາ, ມີ 874 ໂຄງການທີ່ກ່ຽວຂ້ອງກັບການຝຶກອົບຮົມສ້າງຄວາມເຂັ້ມແຂງ, ຫຼາຍກວ່າ 80% ຂອງໂຄງການຍ່ອຍແມ່ນຕັ້ງຢູ່ບ້ານທຸກຍາກ. ຜູ້ຮັບຜົນປະໂຫຍດທັງໝົດ ສ່ວນຫລາຍແມ່ນຊົນເຜົ່າ ກວມເຖິງ 73% ແລະ ແມ່ຍິງກວມເອົາເຄິ່ງໜຶ່ງ.
ທ່ານໃຫ້ຮູ້ຕື່ມວ່າ: ໄລຍະ 18 ປີຜ່ານມາ ທລຍ ນໍາໃຊ້ຮູບແບບການພັດທະນາທີ່ໃຫ້ປະຊາຊົນເປັນເຈົ້າ, ມີສ່ວນຮ່ວມໃນການວິເຄາະບັນຫາ, ການວາງແຜນ, ກໍານົດກິດຈະການຂອງໂຄງການ, ຈັດຕັ້ງປະຕິບັດ, ກວດກາ ແລະ ຕິດຕາມດ້ວຍຊຸມຊົນ ຫຼື ສາກົນ ເອີ້ນວ່າ: ຮູບແບບ ຊີດີດີ (CDD)” ເຊິ່ງສອດຄ່ອງກັບນະໂຍບາຍ 3 ສ້າງຂອງພັກ-ລັດ ວາງອອກ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ “ ຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ” ຫຼື ສອດຄ່ອງກັບຄຳຂັວນທີ່ວ່າ “ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອຜົນປະໂຫຍດຂອງປະຊາຊົນ”. ຢ່າງໃດກໍຕາມ ສໍາລັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກທີ່ປະສົບມີຫລາຍຢ່າງ ເປັນຕົ້ນ: ຂໍ້ຈຳ ກັດທາງດ້ານງົບປະມານທຽບໃສ່ຄວາມຕ້ອງການຂອງປະຊາຊົນຖືວ່າຍັງມີຫຼາຍ ແລະ ບໍ່ສາມາດຕອບສະຫນອງໄດ້ຂໍ້ສະເໜີຂອງຊຸມຊົນ ແລະ ອົງການປົກຄອງທ້ອງຖິ່ນໄດ້ໝົດ, ການລະບາດຂອງພະຍາດໂຄວິດ 19 ໄດ້ເປັນບັນຫາໃຫ້ການແກ່ການປະສານງານ ແລະ ການຈັດຕັ້ງປະຕິບັດວຽກງານພາກສະຫນາມ ແລະ ອື່ນໆ.
ສ່ວນກິດຈະກໍາທີ່ ທລຍ ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັດນີ້ ແມ່ນການສືບຕໍ່ປະຕິບັດ ທລຍ III ຢູ່ 4 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຊຽງຂວາງ ແລະ ຫົວພັນ, ກວມເອົາ 12 ເມືອງ, 465 ບ້ານ ໂດຍນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກ ມູນຄ່າ 22,5 ລ້ານໂດລາສະຫະລັດ ນັບແຕ່ປີ 2020 ຫາປີ 2024.
Cr: ມົດແດງນ້ອຍ
อาจเป็นรูปภาพของ 9 คน, ผู้คนกำลังยืน, ต้นไม้ และ กลางแจ้ง
อาจเป็นรูปภาพของ 8 คน, ผู้คนกำลังยืน, ต้นไม้ และ กลางแจ้ง
อาจเป็นรูปภาพของ 9 คน, ผู้คนกำลังยืน, ต้นไม้ และ แหล่งน้ำ
Loading...