ປະຊາຊົນ 40 ກວ່າບ້ານທີ່ອາໃສຢູ່ລຽບສາຍນໍ້າກໍເມືອງໄຊ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຢ່າງໜັກຈາກເຫດການນໍ້າຖ້ວມໄຫລຊຸໃນວັນທີ 26 ສິງຫານີ້ ໂດຍສະເພາະພື້ນຖານໂຄງລ່າງ ເປັນຕົ້ນເຮືອນຊານຂອງປະຊາຊົນ, ເສັ້ນທາງ, ລະບົບການສື່ສານຄົມມະນາຄົມ, ຂົວ ແລະພື້ນທີ່ການຜະລິດ ຊື່ງຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນເບື້ອງຕົ້ນ.
ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ ໃຫ້ສໍາພາດວ່າ: ເຫດການນໍ້າຖ້ວມໄຫລຊຸໃນຄັ້ງນີ້ມີປະຊາຊົນໄດ້ຮັບຜົນກະທົບຫລາຍກວ່າ 40 ບ້ານ ໃນຈໍານວນ 97 ບ້ານທົ່ວເມືອງ ໜັກກວ່າໝູ່ແມ່ນປະຊາຊົນທີ່ອາໃສຢູ່ພື້ນທີ່ຕໍ່າລຽບສາຍນໍ້າກໍ ພາຍຫລັງເກີດເຫດອົງການປົກຄອງເມືອງໄດ້ຈັດກອງປະຊຸມສຸກເສີນເພື່ອປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ຄະນະກຳມະການຕ້ານໄພພິບັດຂັ້ນເມືອງຢ່າງລະ ອຽດ ເພື່ອເກັບກຳຂໍ້ມູນຜົນເສຍຫາຍຕົວຈິງຢູ່ແຕ່ລະເຂດ ແລະໃຫ້ການຊ່ວຍເຫລືອໃນເບື້ອງຕົ້ນ ໂດຍ ນໍາໃຊ້ກອງທືນໄພພິບັດຂັ້ນເມືອງຈັດສັນເຄື່ອງໃຊ້ທີ່ຈໍາເປັນເຊັ່ນ: ເຄື່ອໃຊ້ໃນຄົວເຮືອນ, ເຂົ້າສານ, ອາ ຫານແຫ້ງ, ນໍ້າດື່ມແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ, ສ່ວນແຜນທີ່ຈະສືບຕໍ່ຈັດຕັ້ງປະຕິບັດແມ່ນພາຍຫລັງເກັບກໍາຂໍ້ມູນຜົນເສຍລະອຽດແລ້ວ ຈະໄດ້ລາຍງານໃຫ້ການນໍາແຂວງກໍ່ຄືພາກສ່ວນກ່ຽວຂ້ອງຮັບຊາບ ລວມທັງປຸກລະດົມການຊ່ວຍເຫລືອຈາກສັງຄົມ, ພາກທຸລະກິດ ເພື່ອໃຫ້ການຊ່ວຍເຫລືອໃນຂັ້ນຕໍ່ໄປ.
ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ ໃຫ້ຮູ້ອີກວ່າ ຜົນເສຍຫາຍຈາກໄພນໍ້າຖ້ວມຄັ້ງນີ້ມີຫລາຍຈຸດ ໂດຍສະເພາະດິນເຈື່ອນໃສ່ເຮືອນປະຊາຊົນຢູ່ບ້ານພູຂຽວ, ເສົາໄຟຟ້າລົ້ມ, ສາຍໄຟຟ້າ, ສາຍໂທລະສັບຂາດ, ປະຈຸບັນພວມລົງເກັບກໍາຄວາມເສຍຫາຍຕົວຈິງ ໂດຍສຸມໃສ່ແກ້ໄຂຜູ້ຂາດທີ່ຢູ່ອາໄສ ໂດຍໃຫ້ໄປພັກຢູໂຮງຮຽນ ແລະຈັດສົ່ງອາຫານການກິນ ແລະເຄື່ອງໃຊ້ທີ່ຈໍາເປັນໃຫ້.
ສ່ວນເມືອງຊຽງຄໍ້ ແຂວງຫົວພັນເປັນອີກເມືອງໜື່ງທີ່ໄດ້ຮັບຜົນກະທົບຈາກສະພາບຝົນຕົກໜັກໃນຄັ້ງນິີ້ ຄາດວ່າມີປະຊາຊົນຫລາຍກວ່າ 20 ບ້ານ ຊື່ງປະຈຸບັນບາງເຂດຍັງບໍ່ສາມາດເຂົ້າເຖິງໄດ້ຍ້ອນເສັ້ນທາງຖືກຕັດຂາດ ລະບົບຊົນລະປະທານ ເນື້ອທີການຜະລິດໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ, ເຮືອນຊານປະຊົນ ຫ້ອງການສໍານັກງານອົງການຖືກດິນເຈື່ອນທັບຖົມ
ທ່ານ ວົງສຸກ ໄຊສິມທອງ, ຮອງເຈົ້າເມືອງຊຽງຄໍ້ ແຈ້ງໃຫ້ຮູ້ວ່າ: ປັດຈຸບັນວຽກງານຮີບດ່ວນທີ່ອົງ ການປົກຄອງເມືອງຕ້ອງເລັ່ງແກ້ໄຂແມ່ນລະບົບເສັ້ນທາງຄົມມະນາຄົມ ເນື່ອງຈາກຫລາຍຈຸດເສັ້ນ ທາງຖືກຕັດຂາດ ເຮັດໃຫ້ບໍ່ສາມາດເຂົ້າເຖິງຜູ້ປະສົບໄພໄດ້ ສະນັ້ນໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານທີ່ໄດ້ຮັບຜົນກະທົບໃຫ້ການຊ່ວຍເຫລືອປະຊາຊົນໃນເບື້ອງຕົ້ນກ່ອນ.
ພ້ອມກັນນັ້ນຈະເລັ່ງແກ້ໄຂເສັ້ນທາງໃຫ້ສາມາດສັນຈອນໄປມາໄດ້ ພ້ອມທັງຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງໃຫ້ຄວາມຊ່ວຍເຫລືອຜູ້ທີ່ປະສົບໄພໃນຄັ້ງນີ້ໂດຍສະເພາະອາຫານ, ນໍ້າດື່ມ, ແລະເຄື່ອງຮັບໃຊ້ຊີວິດປະຈໍາວັນທີ່ຈໍາເປັນ.
ໂດຍ: ຈັນທະສອນ ສີຫານາດ




