ໃນວັນທີ 22-28 ກຸມພາ 2021 ອົງການກາແດງລາວ ໄດ້ນຳເອົາເຄື່ອງຊ່ວຍເຫລືອໄປມອບໃຫ້ປະຊາຊົນ 6 ບ້ານຂອງແຂວງສາລະວັນ ມີ ບ້ານ ບີໄຮ່, ບ້ານ ໂຈະໄຮ່, ບ້ານ ຕຸງໂກງ, ບ້ານ ກະເຕັນ, ບ້ານ ອາວາຍ ແລະ ບ້ານ ກູໂບຍ ຂອງເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີ 2020 ທີ່ຜ່ານມາ ມີ 574 ຄອບຄົວ, 3.485 ຄົນ, ຍິງ 1.781 ຄົນ.
ໃຫ້ກຽດມອບໂດຍ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ແລະ ກ່າວຮັບ ໂດຍ ທ່ານ ຮອງເຈົ້າເມືອງທັງສອງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາ ຊົນເຂົ້າຮ່ວມ, ເຄື່ອງຊ່ວຍເຫລືອດັ່ງກ່າວ ປະກອບ ມີ: ຖ້ວຍ, ຈານ, ບ່ວງ, ສ້ອມ, ຈອກ, ໝໍ້ແກງ ແລະ ອື່ນໆ ລວມມູນຄ່າ 128 ລ້ານກວ່າກີບ, ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງ ສ.ເກົາຫລີ.
ໃນໂອກາດດັ່ງກ່າວ, ທ່ານ ທອງພະຈັນ ສອນນະສິນ ກໍໄດ້ຍ້ອງຍໍຊົມເຊີຍການນຳພັກ-ລັດ ແຂວງສາລະວັນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນເອົາໃຈໃສ່ໃນການແກ້ໄຂ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ເຊິ່ງສະແດງໃຫ້ເຫັນມູນເຊື້ອອັນດີງາມ, ນ້ຳໃຈສາມັກຄີ ຄວາມເອື້ອເຟື້ອແຜ່ຂອງປະຊາຊົນລາວເຮົາ ເພື່ອພ້ອມກັນປົກປັັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ. ພ້ອມນີ້, ທ່ານ ຍັງໄດ້ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈົ່ງຕັ້ງໜ້າສ້າງສາພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ ເພື່ອໃຫ້ຄອບຄົວຂອງຕົນຫລຸດພົ້ນອອກຈາກຄວາມ ທຸກຍາກ ແລະ ຫວັງວ່າເຄື່ອງທີ່ນຳມາມອບໃຫ້ໃນຄັ້ງນີ້ ຈະຊ່ວຍແກ້ໄຂ ແລະ ນຳໃຊ້ໃນຊີວິດປະຈຳວັນ.

