ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນສະເໜີປະຊາທິ ປະໄຕປະຊາຊົນທົ່ວຂະບວນການ ອອກມາ ໃນວັນທີ 2 ພະຈິກປີ 2019. ຄັນຊັ້ນ, ລະບຽບການລວມສູນປະຊາທິປະໄຕ ກັບ ລະບຽບການປະຊາທິປະໄຕປະຊາຊົນທົ່ວຂະບວນການ ມີຄວາມຕ່າງກັນແນວໃດ? ມື້ນີ້, ພວກເຮົາຈະມາອະທິບາຍ.
ລະບຽບການລວມສູນປະຊາທິ ປະໄຕໝາຍຄວາມວ່າ: “ຕ້ອງມີການລວມສູນບົນພື້ນຖານປະ ຊາທິປະໄຕ ແລະ ປະຊາທິປະໄຕຢູ່ພາຍໃຕ້ການຊີ້ນຳຂອງຫຼັກການລວມສູນ ມາປະສານສົມທົບກັນ.” ເວົ້າງ່າຍໆກໍແມ່ນ: ຕ້ອງມີປະຊາທິປະໄຕກ່ອນ, ໃຫ້ຄົນທັງ ຫຼາຍສະເໜີຄວາມເຫັນແລະຂໍ້ສະເໜີຂອງຕົນອອກມາຢ່າງກວ້າງຂວາງ ແລ້ວຈິ່ງລວມສູນຄວາມເຫັນແລະຂໍ້ສະເໜີເຫຼົ່ານີ້ເຂົ້າກັນ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ ແລະ ມີແຜນການແກ້ໄຂໃນທີ່ສຸດ. ຢູ່ປະເທດຈີນຍຸກປະຈຸບັນ, ການຕັດສິນນະ ໂຍບາຍທຸກປະການ ລ້ວນແລ້ວແຕ່ຈະຕ້ອງໄດ້ຜ່ານຂັ້ນຕອນປະຊາທິປະໄຕຢ່າງເຕັມທີ່ ເພື່ອຂໍຄວາມເຫັນນຳທຸກຝ່າຍ. ຕົວຢ່າງຄື: “ປະມວນກົດໝາຍແພ່ງ” ທີ່ພົວພັນເຖິງໝົດທຸກຄົນນັ້ນ, ເຄີຍຂໍຄວາມເຫັນໃນຂອບເຂດທົ່ວປະເທດຈີນເຖິງ 10 ຄັ້ງ ໂດຍໄດ້ຮັບຄວາມເຫັນແລະຂໍ້ສະເໜີຈຳນວນ 1 ລ້ານກວ່າຂໍ້.
ປະຊາທິປະໄຕປະຊາຊົນທົ່ວຂະບວນການມີເນື້ອໃນສຳຄັນດັ່ງນີ້, ໜຶ່ງ: ປະຊາທິປະໄຕຕ້ອງກວມເອົາ “ປະຊາຊົນທຸກຖ້ວນໜ້າ”; ສອງ, ເນື້ອໃນຂອງປະຊາທິປະໄຕຕ້ອງ “ສົມບູນຄົບຖ້ວນ” ແລະ ສາມ, ຂັ້ນຕອນຂອງປະຊາທິ ປະໄຕຕ້ອງ “ຄົບຖ້ວນ”. ສະຫຼຸບແລ້ວວ່າ, ຈາກການສ້າງກົດໝາຍຂອງລັດຖະບານ ຈົນເຖິງເລື່ອງເລັກໆນ້ອຍໆຂອງປະຊາຊົນ, ລ້ວນແຕ່ສາມາດໄດ້ຮັບການແກ້ໄຂດ້ວຍວິທີປະຊາທິປະໄຕ.
ຕົວຢ່າງຄື: ເພື່ອຮຽບຮຽງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ແລະ ເປົ້າໝາຍໄລຍະຍາວປີ 2035, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ລົງໄປກວດກາວຽກງານຢູ່ຫຼາຍທ້ອງຖິ່ນ, ໄດ້ເປັນປະທານຈັດກອງປະຊຸມສຳມະນາຫົວຂໍ້ສະເພາະ 7 ຄັ້ງ, ໄດ້ຊຸກຍູ້ການຂໍຄວາມເຫັນຜ່ານທາງອິນເຕີເນັດເປັນຄັ້ງທຳອິດ ໂດຍໄດ້ຮັບຄວາມເຫັນແລະຂໍ້ສະເໜີ 1 ລ້ານກວ່າຂໍ້ຈາກຊາວເນັດທັງຫຼາຍ. ໃນໄລຍະຈັດກອງປະຊຸມສອງສະພາຂອງຈີນໃນປີ 2021, ທ່ານສີຈິ້ນຜິງໄດ້ຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກຜູ້ແທນສະພາປະ ຊາຊົນ ແລະ ກຳມະການສະພາປຶກສາການເມືອງຢ່າງກວ້າງ ຂວາງ. ຜູ້ແທນ ແລະ ກຳມະການທັງຫຼາຍກໍໄດ້ຄົ້ນຄວ້າພິຈາລະນາຮ່າງແຜນການຢ່າງລະອຽດ. ໃນທີ່ສຸດ, ໄດ້ປັບປຸງຮ່າງແຜນການ 5 ປີຄັ້ງທີ 14 ລວມ 55 ບ່ອນ ໂດຍອີງຕາມຄວາມເຫັນແລະຂໍ້ສະເໜີຈາກຝ່າຍຕ່າງໆ. ທົ່ວຂະບວນ ການຮ່າງແຜນການ 5 ປີຄັ້ງທີ 14 ແລະ ເປົ້າໝາຍໄລຍະຍາວປີ 2035 ກໍໄດ້ສ່ອງແສງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນທົ່ວຂະ ບວນການຢ່າງເຕັມທີ່.
ປະຊາທິປະໄຕປະຊາຊົນທົ່ວຂະບວນການ ກໍແມ່ນໃຫ້ປະຊາ ຊົນເຂົ້າຮ່ວມທົ່ວຂະບວນການປະຊາທິປະໄຕ ເຊັ່ນ: ການປຶກສາຫາລືປະຊາທິປະໄຕ, ການຄຸ້ມ ຄອງປະຊາທິປະໄຕ, ການປະເມີນປະຊາທິປະໄຕ ແລະ ການຕິດ ຕາມປະຊາທິປະໄຕ. ເວົ້າງ່າຍໆກໍແມ່ນ: ປະຊາຊົນໄດ້ເຂົ້າຮ່ວມທຸກດ້ານຂອງປະຊາທິປະໄຕ.
ຖ້າເວົ້າວ່າ, ລະບຽບການລວມສູນປະຊາທິປະໄຕແມ່ນເນັ້ນໃສ່ “ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ”. ຄັນຊັ້ນ, ປະຊາທິປະໄຕປະຊາຊົນທົ່ວຂະບວນການແມ່ນເນັ້ນໃສ່ປະຊາທິປະໄຕແບບຄົບວົງຈອນ, ເຮັດໃຫ້ທຸກຄົນລ້ວນແຕ່ມີໂອກາດເຂົ້າຮ່ວມການຕັດສິນນະໂຍບາຍຂອງລັດຖະ ບານ, ນີ້ກໍແມ່ນຈີນໄດ້ປະກອບສ່ວນສຳຄັນຕໍ່ການພັດທະນາອະລິຍະທຳດ້ານການເມືອງຂອງໂລກ.