ທ່ານ ນ.ຄໍາຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຖະແຫລງຕໍ່ສື່ມວນຊົນ ໃນຕອນແລງວັນທີ 19 ພະຈິກ 2021 ທີ່ສູນກາງແນວລາວສ້າງຊາດ ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ.
ທ່ານ ນ.ຄໍາຈັນ ພົມແສງສະຫວັນ ກ່າວວ່າ: ໂດຍປະຕິບັດຕາມແຜນການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ ສະບັບ ເລກທີ007/ຄປຈ, ລົງວັນທີ 16/03/2021 ແລະ ອີງຕາມແຈ້ງການ ຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 10/ຫສພ, ລົງວັນທີ 19/04/2021 ວ່າດ້ວຍການເຫັນດີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ.ກອງປະ ຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ຄັ້ງທີ XI ມີຄວາມສໍາຄັນຫຼາຍ ຊຶ່ງພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເນື້ອໃນສໍາຄັນຄື:
1. ຈະໄດ້ຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ Xເພື່ອເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນໄລຍະ 5 ປີຜ່ານມາ, ກໍານົດທິດທາງວຽກງານ ແລະ ແຜນງານໃຫຍ່ທີ່ຈະປະຕິບັດ ໃນ 5 ປີຕໍ່ໜ້າ, ວິໄສທັດ ແລະ ແຜນຍຸດທະສາດ ການພັດທະນາໄລຍະ 10 ປີ (2021-2030) ເພື່ອແນ່ໃສ່ສ້າງການຫັນປ່ຽນໃໝ່ໃນວຽກງານແນວລາວສ້າງຊາດ ຕາມທິດຊີ້ນໍາ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ.
2. ຕີລາຄາຜົນການປະຕິບັດແຜນພັດທະນາວຽກງານແນວລາວສ້າງຊາດ 5 ປີຜ່ານມາ ແລະ ກໍານົດແຜນພັດທະນາ 5 ປີ (2021-225).
3. ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາການປັບປຸງກົດລະບຽບຂອງແນວລາວສ້າງຊາດສະໄໝ ທີ XI.
4. ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນກອງປະຊຸມ ຕາງໜ້າໃຫ້ອົງການຈັດຕັ້ງພາຄີ ແລະ ແນວລາວສ້າງຊາດຂັ້ນຕ່າງໆຈໍານວນໜຶ່ງ. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຮອງເອົາຄະນະກໍາມະການສູນກາງແນວລາວສ້າງຊາດສະໄໝທີ XI ແລະ ຮັບຮອງເອົາມະຕິຂອງກອງປະຊຸມຕາມລະບຽບການ.
ພິເສດ: ກອງປະຊຸມຈະໄດ້ຮັບຟັງການໂອ້ລົມຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ
ກາງພັກ ເພື່ອເປັນທິດຊີ້ນໍາ ໃຫ້ຄະນະກໍາມະການສູນກາງແນວລາວສ້າງຊາດ ໃນການເສີມຂະຫຍາຍບົດບາດ ແລະ ສ້າງການຫັນປ່ຽນໃໝ່ຕໍ່ວຽກງານແນວໂຮມໃນຊຸມປີຕໍ່ໜ້າ.
– ມາເຖິງປັດຈຸບັນນີ້ ສູນກາງແນວລາວສ້າງຊາດ ກໍ່ຄືຄະນະຮັບຜິດຊອບກອງປະຊຸມ ໄດ້ມີການ
ກະກຽມ ແລະ ມີຄວາມພ້ອມ ເພື່ອຈັດຕັ້ງດໍາເນີນກອງປະຊຸມໃຫຍ່ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 25-26 ພະຈິກ 2021. ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພ້ອມກັນນີ້ ກໍ່ຈະໄດ້ມີການຈັດກອງປະຊຸມທາງໄກ ເພື່ອໃຫ້ບັນດາທ່ານການນໍາຂອງແຂວງ, ກໍາມະການສູນກາງແນວລາວສ້າງຊາດຢູ່ບັນດາແຂວງ ສາມາດຕິດຕາມການດໍາເນີນກອງປະຊຸມຄັ້ງນີ້ໄດ້. ກອງປະຊຸມຄັ້ງນີ້ຈະມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 581ທ່ານ ໃນນີ້, ຈະເຂົ້າຮ່ວມຢູ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ຈໍານວນ 250ທ່ານ. ໃນກອງປະຊຸມຄັ້ງນີ້ ບັນຫາສໍາຄັນແມ່ນຄະນະຮັບຜິດຊອບກອງປະຊຸມຈະໄດ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕາການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງອດ ເພື່ອຮັບປະກັນຄວາມປອດໄພໃນການດໍາເນີນກອງປະຊຸມໃນຄັ້ງນີ້.