ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີປະດັບຫລຽນໄຊ ແລະ ຫລຽນກາແຫ່ງລັດມົງໂກລີໃຫ້ແກ່ພົນລະເມືອງມົງໂກລີ ແລະ ພົນລະ ເມືອງລາວທີ່ມີຜົນງານດີເດັ່ນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງມົງໂກລີ ແລະ ລາວ ຈັດຂື້ນຕອນແລງ ວັນທີ 6 ພະຈິກ 2023 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍແມ່ນພະນະທ່ານ ຄູເຣສສຸກຄ໌ ໂອຄະນາ, ປະທານາທິບໍດີມົງໂກລີ ໃຫ້ກຽດປະດັບຫລຽນໄຊ ແລະມອບຫລຽນກາໃນຄັ້ງນີ້.
ໂອກາດນີ້ ທ່ານ ສີອາລຸນກອນ ແສງອູທອນ, ອະດີດເອກອັກຄະລັດຖະທູດລາວປະຈໍາມົງໂກລີ ເປັນຜູ້ໜື່ງທີ່ໄດ້ຮັບຫລຽນໄຊດາວຄໍາ ຊື່ງເປັນຫລຽນສູງສຸດແຫ່ງລັດຖະບານມົງໂກລີ ໄດ້ໃຫ້ສໍາພາດວ່າ: ພາກພູມໃຈ ແລະຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮັບຫລຽນສູງສຸດຈາກລັດຖະບານມົງໂກລີ ຊື່ງເປັນການຕີລາຄາສູງຕໍ່ການປະກອບສ່ວນປະຕິບັດໜ້າທີ່ຂອງຕົນຕະຫລອດໄລຍະຜ່ານມາ ໂດຍສະເພາະໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດລາວຜູ້ທໍາອິດທີ່ປະຈໍາຢູ່ປະເທດມົງໂກລີເຖິງ 3 ຄັ້ງ ມີອາຍຸການຫລາຍກວ່າ 10 ປີ ພ້ອມທັງຍົກໃຫ້ເຫັນເຖິງການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ພົ້ນເດັ່ນແມ່ນດ້ານການສຶກສາ ແລະກິລາ, ສາທາລະນະສຸກ, ຂົງເຂດການລ້ຽງສັດ ນອກຈາກນີ້ແມ່ນການແລກປ່ຽນບົດຮຽນຂອງຄະນະຜູ້ແທນຈາກຂົງເຂດຕ່າງໆ ນັບແຕ່ລະດັບສູງສຸດຈົນເຖິງຂັ້ນວິຊາການ ຊື່ງລ້ວນແຕ່ເປັນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍີ່ງໆຂື້ນ.
ສໍາລັບພົນລະເມືອງມົງໂກລີ ແລະ ພົນລະເມືອງລາວທີ່ມີຜົນງານດີເດັ່ນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງມົງໂກລີ ແລະ ລາວ ໄດ້ຮັບການຍ້ອງຍໍໃນຄັ້ງນີ້ປະກອບມີ 9 ທ່ານ, ໃນນີ້ເປັນພົນລະເມືອງມົງໂກລີ ຈໍານວນ 6 ທ່ານ ແລະ ພົນລະເມືອງລາວ 3 ທ່ານ.
ຂ່າວ: ຈັນທະສອນ ສີຫານາດ
ພາບ: ຄໍາກອງ