ວັນທີ 6 ພຶດສະພາ 2022, ທີ່ຫໍວັດ ທະນະທຳແຫ່ງຊາດ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາແລະ
ທ່ອງທ່ຽວ(ຖວທ) ໄດ້ຕາງໜ້າລັດຖະບານແຫ່ງສປປລາວ ປະດັບຫຼຽນກາແຮງງານໃຫ້ທ່ານນາງ Hua chunmai ຫົວໜ້າພາກພາສາລາວ ສູນອາຊີ-ອາຟຣິ
ກາ ສະຖານີວິທະຍຸໂທລະພາບສູນກາງຈີນ(CMS) ແລະ ທ່ານນາງ Mo xiaoling ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ (CRI)ປະຈຳລາວທີ່ມີຜົນງານ
ດີເດັ່ນໃນການປະກອບສວ່ນເຫື່ອແຮງ,ສະຕິປັນຍາເຂົ້າໃນການເຄື່ອນໄຫວສຳຄັນໃນການເພີ່ມ ພູນຄູນສ້າງໄມຕີຈິດມິດຕະພາບລະຫວ່າງລາວ-ຈີນ.
ການປະດັບຫຼຽນກາແຮງງານຄັ້ງນີ້ແມ່ນປະຕິບັດຕາມດຳລັດຂອງ
ນາຍົກລັດຖະມົນຕີສະບັບເລກ ທີ132/ນ.ຍ ລົງວັນທີ 25/4/ 5/2022 ເພື່ອຈຸດປະສົງ
ຍ້ອງຍໍສັນລະເສີນບຸກຄົນ ຫຼືອົງການທັງພາຍໃນປະເທດກໍຄືຕ່າງປະເທດທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາສປປລາວ.ໂອກາດດຽວກັນ, ທ່ານ ລັດຖະມົນຕີ ກະຊວງ ຖວທ ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງຖວທ
ໃຫ້ແກ່ທ່ານ XUDELIN ຫົວໜ້ານັກຂ່າວ CRI ປະຈຳລາວ ທີ່ໄດ້ມີຜົນງານດີເດັ່ນໃນໄລຍະຜ່ານມາ.
ພາກພາສາລາວຂອງ CMG ລະບົບ AM ໄດ້ສ້າງຕັ້ງຂຶ້ນໃນວັນທີ 15ທັນວາປີ 1956 ແລະມາເຖິງວັນທີ 15 ພະຈິກປີ 2006 ໄດ້ກະຈາຍສຽງອອກອາກາດໃນລະບົບ FM 93 MHz ຢູ່ນະ ຄອນຫຼວງວຽງຈັນ, ເຊິ່ງປັດຈຸບັນອອກອາກາດມື້ລະ 19 ຊົ່ວໂມງທີ່ມີລາຍການຂ່າວ, ລາຍການບັນ ເທີງ ແລະອື່ນໆແລະມີເພື່ອນມິດຜູ້ຟັງຫຼາຍກວ່າ 1 ລ້ານຄົນ, ນອກນັ້ນ ຍັງໄດ້ຮັບການຍ້ອງຍໍຕີ
ລາຄາສູງຈາກການນຳສູງສຸດຂອງພັກ ແລະ ລັດຖະບານລາວໃນ ນາມ “ເປັນສ່ວນປະກອບອັນສຳຄັນຂອງສື່ມວນຊົນລາວ” ເປັນ“ຕົວແບບຂອງການຮ່ວມມື
ດ້ານສື່ມວນຊົນລະຫວ່າງລາວ- ຈີນ” ແລະເຄີຍໄດ້ຮັບຫຼຽນກາມິດຕະພາບຈາກລັດຖະບານລາວຢ່າງສົມກຽດໃນປີ 2016.
ນອກຈາກລາຍການວິທະຍຸ ແລະເຟສບຸກແລ້ວ, ພາກພາສາລາວ ສູນອາຊີອາຟຣິກາ CMG ຍັງໄດ້ສ້າງຕັ້ງເວັບໄຊພາສາລາວ, APP ໂທລະສັບ LaosGrip ທັງໄດ້ຮ່ວມມືກັບສື່ມວນຊົນລາວຢ່າງຕັ້ງໜ້າ, ໃນນັ້ນ ໄດ້ຮ່ວມກັນຜະ ລິດລາຍການໂທລະພາບ 3 ລາຍ ການ, ແປ ແລະ ຜະລິດລະຄອນຈີນທີ່ພາກເປັນພາສາລາວ, ພິມຈຳໜ່າຍປຶ້ມສອງພາສາລາວ-ຈີນ ແລະອື່ນໆ, ພິເສດ, ຍັງໄດ້
ຈັດເທດສະການຮູບເງົາດີເດັ່ນລາວ-ຈີນ ທີ່ໄດ້ນຳເອົາຮູບເງົາຈີນທີ່ພາກເປັນພາສາລາວລົງໄປສາຍຢູ່ ຊົນນະບົດເຂດຫ່າງໄກສອກຫຼີກ ສ້າງໂອກາດໃຫ້ກັບປະຊາຊົນລາວແລະຜູ້ອາສັຍຢູ່ລາວຫຼາຍກວ່າ 1 ແສນຄົນໄດ້ຊົມຮູບເງົາໂດຍບໍ່ເສຍຄ່າ.


