ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ: ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 1 ຕຸລາ 2021 ເຖິງສະພາບການລະບາດຂອງພະຍາດ ໂຄວິດ19 ແລະມາດຕະການຂອງລັດຖະບານ ເພື່ອໃຫ້ທຸກຄົນປະຕິບັດ ໃນໄລຍະການລະບາດຂອງພະຍາດຮ້າຍແຮງນີ້, ບາງຕອນ ທ່ານກ່າວວ່າ: ມາດຕະການຂອງລັດຖະບານແມ່ນໃຫ້ສືບຕໍ່ປິດການສັນຈອນຂອງພາຫະນະຢູ່ນະຄອນຫຼວງ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ແຕ່ເວລາ 21:00 ໂມງ ຫາ 05:00 ໂມງເຊົ້າ. ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ, ເນື້ອໃນຫຼັກ ຂອງແຈ້ງການ ດັ່ງກ່າວ ກໍ່ຍັງສືບຕໍ່ ປະຕິບັດມາດຕະການທີ່ໄດ້ ລະບຸໄວ້ໃນແຈ້ງການ 1260/ຫສນຍ, ແຕ່ມີບາງມາດຕະການຜ່ອນຜັນໃໝ່ ເຊັ່ນ: ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຍ່ອຍ, ຮ້ານ ສຸບເປີມາກເກັດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ເປີດບໍລິການແມ່ນບໍ່ໃຫ້ກາຍ 20:00 ໂມງເດັດຂາດ.
ເຖິງວ່າຈະມີມາດຕະການຜ່ອນຜັນ ໃນການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແຕ່ຂໍໃຫ້ທ່ານມີສະຕິ ເພາະການຕິດເຊື້ອໃນຊຸມຊົນ ທີ່ໄດ້ລາຍງານທຸກມື້ນີ້ ສວ່ນໜື່ງຕິດມາຈາກງານດັ່ງກ່າວ ໂດຍທີ່ຍາດຕິພີ່ນ້ອງໄປຮ່ວມງານຢູ່ຕ່າງແຂວງ ເມື່ອກັບມາແຂວງຂອງຕົນ ແລະ ກວດພົບເຊື້ອ. ສວ່ນໃຫຍ່ ຜູ້ຕິດເຊື້ອ ບໍ່ສະແດງອາການ ສະນັ້ນ ບຸກຄົນດັ່ງກ່າວ ທີ່ໄປຮ່ວມງານກັບບັນດາທ່ານ ຈະແຜ່ເຊື້ອໃຫ້ຄົນອ້ອມຂ້າງ ໂດຍທີ່ພວກທ່ານອາດຈະບໍ່ຮູ້ສຶກຕົວ. ດັ່ງນັ້ນ, ຖ້າທ່ານ ຫາກມີຄວາມຈຳເປັນ ຈະຕ້ອງໄປຮ່ວມ ຕ້ອງກຽມປ້ອງກັນຕົນເອງ ເຊັ່ນ: ໃສ່ຜ້າປິດປາກ-ດັງ, ພົກພາເຈວລ້າງມືຂ້າເຊື້ອ, ຮັກສາໄລຍະຫ່າງຕະລອດ ແລະ ໃຊ້ເວລາສັ້ນທີ່ສຸດ ໃນງານດັ່ງກ່າວ, ຫຼີກລ້ຽງ ການກິນອາຫານຮ່ວມກັນ ຖ້າບໍ່ຈຳເປັນ ເພາະໃນການຮັບປະທານ ຈະຕ້ອງໄດ້ປົດຜ້າປິດປາກ-ດັງ ອອກ ແລະ ນັ່ງໃກ້ກັບບຸກຄົນອື່ນ ເຊິ່ງອາດຈະມີການສົນທະນາ ຫຼື ໄອຈາມ ເຮັດໃຫ້ເກີດມີຄວາມສ່ຽງສູງ. ສວ່ນຄອບຄົວທີ່ເປັນເຈົ້າພາບຈັດງານ ກໍ່່ຕ້ອງມີຄວາມເຂົ້າໃຈ ແລະ ຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ ເພາະທ່ານເອງບໍ່ສາມາດຮູ້ໄດ້ ວ່າງານທີ່ຈັດນີ້ ອາດຈະມີຄົນຕິດເຂື້ອ ເຂົ້າມາຮ່ວມ ແລະ ຕົ້ນເຫດໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອອອກສູ່ຍາດຕິພີ່ນ້ອງ ແລະ ຜູ້ທີ່ມາຮ່ວມງານ. ສະນັ້ນ ຈະຕ້ອງໄດ້ມີການກັ່ນກອງການເຂົ້າ-ອອກ, ຈັດຫາໃຫ້ມີບ່ອນລ້າງມື ຫຼື ເຈວລ້າງມືຂ້າເຊື້ອ, ສະໜອງຜ້າປີດປາກ-ດັງ ໃຫ້ທຸກຄົນທີ່ເຂົ້າມາຮ່ວມງານ, ຈຳກັດຈຳນວນຄົນທີ່ເຂົ້າຮ່ວມກິນທານ ຕະຫຼອດສະຖານທີ່ ທີ່ຈັດໄວ້ສຳລັບຮັບປະທານອາຫານ ໃຫ້ຮັກສາໄລຍະຫ່າງ, ມີພະນັກງານອະນາໄມຂ້າເຊື້ອ ພາຍຫຼັງ ແຂກກັບບ້ານ;
ສຳລັບ ງານຊາປະນາກິດສົບນັ້ນ, ດຣ ຣັດຕະນະໄຊ ເພັດສຸວັນ ເຫັນວ່າ ສ່ວນຫຼາຍ ສາມາດຮັກສາໄລຍະຫ່າງ ໃນງານໄດ້ເປັນຢ່າງດີ ແຕ່ຈຸດທີ່ມີຄວາມສ່ຽງ ກໍ່ຄື ການວາງທູບທຽນ, ດອກໄມ້ຈັນ ເພື່ອໄວ້ອາໄລເປັນຄັ້ງສຸດທ້າຍ ໃຫ້ແກ່ຜູ້ຈາກໄປ ສັງເກດເຫັນວ່າ ບໍ່ສາມາດຮັກສາໄລຍະຫ່າງ ມີການແຫຍ້ ບຽດສຽດກັນ ເຊິ່ງເປັນຈຸດສ່ຽງ ທີ່ໃຫ້ຜູ້ຈັດຕັ້ງງານຊາປະນາກິດສົບ ກໍ່ຄື ຜູ້ເຂົ້າຮ່ວມ ຕ້ອງໄດ້ ໃຫ້ຄວາມສຳຄັນ. ອີກປະການໜຶ່ງ, ພາຍຫຼັງ ວາງທູບທຽນ, ດອກໄມ້ຈັນ ເແລ້ວ ໃຫ້ທ່ານ ລ້າງມືດ້ວຍເຈວລ້າງມືຂ້າເຊື້ອທີ່ມີສ່ວນຜະສົມເຫຼົ້າ 70% ຂຶ້ນໄປ ທີ່ທາງເຈົ້າພາບທີ່ຈັດໄວ້ໃຫ້, ຫຼີກລ້າງການລ້າງມືດ້ວຍນໍ້າຫອມຢູ່ໃນໂອ ເພາະເປັນແຫຼ່ງທີ່ສ່ຽງ ໃນການຕິດເຊື້ອ;
ການປະຕິບັດມາດຕະການກັກຕົນເອງຢູ່ເຮືອນ ຕ້ອງ ແຍກຫ້ອງຢູ່ຕ່າງຫາກ, ບໍ່ໃຫ້ໃກ້ຊິດ ແລະ ພົວພັນກັບຄົນພາຍໃນຄອບຄົວ ແລະ ຜູ້ອື່ນ, ວັດແທກອຸນຫະພູມຕົນເອງ 2 ເທື່ອຕໍ່ມື້ (ເຊົ້າ-ແລ້ວ), ໃສ່ຜ້າອັດປາກ-ດັງ ແລະ ລ້າງມືດ້ວຍເຈວ ເປັນປະຈໍາ. ຖ້າຮູ້ສືກບໍ່ສະບາຍ ມີໄຂ້ ຫຼື ໄອ ຫຼື ຫາຍໃຈຍາກໃຫ້ໂທປືກສາສາຍດ່ວນ 165/166.
ໂອກາດນີ້ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ໂດຍໝັ່ນລ້າງມື, ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ບໍ່ກິນເຂົ້າຮ່ວມກັນເປັນກຸ່ມ, ຫຼີກລ້ຽງການຊຸມແຊວເປັນກຸ່ມ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດໍາລົງຊິວິດປົກກະຕິໂດຍໄວ.
ໂດຍ: ເຂີຍຫລ້າ