ໃນວັນທີ 21 ມີນາ 2023, ຄະນະບໍລິ ຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື, ນໍາໂດຍ:ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ປະທານຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຢ້ຽມແລະເຂົ້າພົບປະ ການນໍາຂັ້ນສູງ ແຂວງຊຽງແຕງ ແຫ່ງຣາຊະອານາຈັກກໍາປູເຈຍ,ໂດຍການຕ້ອນຮັບຂອງ ທ່ານ ຊຽງລັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຊຽງແຕງ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ ທ່ານ ຊຽງລັກ ໄດ້ສະ ແດງຄວາມຍີນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຂອງຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແຂວງ ອັດຕະປື ໃນຄັ້ງນີ້ ແລະ ລາຍ ງານສະພາບທີ່ພົ້ນເດັ່ນໃນການຈັດຕັ້ງປະ ຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ລວມທັງຜົນສຳເລັດໃນການຈັດຕັ້ງປະຕິ ບັດວຽກງານແຜນພັດທະນາເສດຖະ ກິດ -ສັງຄົມໂດຍຫຍໍ້ ແລະ ຈະເພີ່ມທະວີການພົວພັນຮ່ວມມື ມິດຕະພາບ,ສາມັກຄີ ຖານບ້ານໃກ້ເຮືອນຄຽງລະຫວ່າງສອງແຂວງ ຊຽງແຕງ ແລະ ແຂວງອັດຕະປື ໃຫ້ຮັດແໜ້ນ ແລະ ມີປະສິດທິຜົນດີກວ່າເກົ່າ, ຂະນະດ່ຽວກັນ ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງ ທີ່ທ່ານປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ສະລະເວລາ ແລະ ຕ້ອນຮັບ ຄະນະບໍລິຫານງານສະມາຄົມມິດ ຕະພາບ ລາວ-ກໍາປູເຈຍ ແຂວງອັດຕະປື ໃນການເຂົ້າຢ້ຽມຂໍ່ານັບແລະ ທັງເປັນການ ສະເໜີໂຕ ເນື່ອງຈາກ ສະມາຄົມມິດຕະພາບລາວ-ກຳປູເຈຍ ແຂວງອັດຕະປື ຫາກໍ່ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 30 ມິຖຸນາ ປີ 2022, ຊຶ່ງເປັນການນໍາເອົາໄມຕີຈິດມິດຕະພາບທີ່ສະໜິດສະໜົມ ແລະ ການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານລະຫວ່າງແຂວງອັດຕະປື ແລະ ແຂວງຊຽງແຕງ ທັງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ມູນເຊື້ອຄວາມສາມັກຄີ ທີ່ມີຊາຍ ແດນຕິດຈອດລະຫວ່າງແຂວງ,ເມືອງ ໃຫ້ປະຊາຊົນສອງແຂວງໄປມາຫາສູ່,ຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີ ໃຫ້ມີຄວາມໝັ້ນຄົງຍາວນານ ລະ ຫວ່າງສອງປະເທດ ກໍຄື ສອງແຂວງໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ວິນັດ ສະພາປະຊາຊົນແຂວງອັດຕະປື
Loading...