ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ້າຍອາທິດຜ່ານມານີ້ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງ ແຂວງຈຳປາສັກ ເພື່ອຕິດຕາມ ແລະ ຊຸກຍູ້ວຽກ ງານຮອບດ້ານຂອງສະຫະພັນກຳມະບານເມືອງໂຂງ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ.
ການມາເຮັດວຽກຄັ້ງນີ້ ໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ວິໄຊ ສາຍອຸບົນ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານໃນຄະນະບໍລິຫານງານສະຫະພັນກຳມະບານເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ; ໂອກາດນີ້ ທ່ານ ວິໄຊ ສາຍອຸບົນ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮອບດ້ານຂອງປະທານຄະນະບໍລິຫານງານສູນກາງສະພັນກຳມະບານລາວພ້ອມຄະນະຄັ້ງນີ້; ໂອກາດນີ້ກໍໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບຈຸດພິເສດຂອງເມືອງໂຂງວ່າ: ເມືອງຂອງພວກເຮົາຕັ້ງຢູ່ໃຕ້ສຸດຂອງແຂວງຈຳປາສັກ ມີຊາຍແດນຕິດຈອດກັບປະເທດກຳປູເຈຍ, ມີຈຳນວນ 114 ບ້ານ, ມີ 9 ກຸ່ມ 3 ຈຸດໃນດອນໂຂງ, ເປັນເມືອງທີ່ມີເກາະດອນກວມເອົາເນື້ອທີ່ 62%, ມີພົນລະເມືອງທັງໝົດ 1 ແສນກວ່າຄົນ, ມີ 17 ພັນກວ່າຄອບຄົວ ແລະ ມີ 16 ພັນກວ່າຫຼັງຄາເຮືອນ, ປະຊາຊົນສ່ວນໃຫຍ່ຖື ເອົາອາຊີບກະສິກຳເປັນສ່ວນໃຫຍ່ ແລະ ຄ້າຂາຍ-ບໍລິການເປັນອາຊີບສຳຮອງ; ທາງດ້ານເສດຖະກິດພາຍໃນເມືອງ ລວມຍອດຜະ ລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນເກືອບ 2 ພັນໂດລາສະລັດຕໍ່ປີ, ປັດຈຸບັນໂຄງການລົງທຶນຂອງເອ ກະຊົນພາຍໃນ ແລະ ຕ່າງປະເທດມີ 22 ໂຄງການ ແລະ 1 ເຂດເສດ ຖະກິດພິເສດ ລວມມູນຄ່າ 7.198 ຕື້ກີບ. ນອກຈາກນີ້ ທ່ານ ນາງ ຈັນເພັງ ບຸນສາລີ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງຍັງໄດ້ລາຍຕື່ມວ່າ: ທົ່ວເມືອງມີກຳມະບານຮາກຖານ 30 ຮາກຖານ, ມີກຳມະບານໜ່ວຍທັງໝົດ 62 ໜ່ວຍ, ມີຈຳນວນສະມາຊິກທັງໝົດ 1 ພັນກວ່າຄົນ, ຍິງ 500 ກວ່າຄົນ, ມີຈຳນວນສະມາຊິກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ເມືອງ)1.123 ຄົນ, ຍິງ 684 ຄົນ ແລະ ມີກຳມະບານອາຊີບ 8 ຄົນ, ຍິງ 6 ຄົນ; ຜ່ານມາໄດ້ມີການເຄື່ອນໄຫວລົງຊຸກຍູ້ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ໂດຍລົງເກັບກຳຂໍ້ມູນຕາມຫົວໜ່ວຍແຮງງານຕ່າງໆ, ໃນນີ້ ທົ່່ວເມືອງມີຫົວໜ່ວຍແຮງງານ 36 ຫົວໜ່ວຍ, ມີກຳມະກອນທັງໝົດ 145 ຄົນ, ຍິງ 97 ຄົນ, ໄດ້ມີການເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງແຮງງານ 3 ຄັ້ງ ແລະ ຍັງພົບເຫັນມີບາງໂຮງງານສວຍໃຊ້ແຮງງານເກີນເວລາທີ່ກຳນົດໄວ້ໃນກົດໝາຍແຮງງານ.
ໃນຕອນທ້າຍກອງປະຊຸມ ປະທານໄດ້ໂອ້ລົມ ແລະ ເນັ້ນໜັກຕື່ມວ່າ: ໃຫ້ມີການໂຄສະນາສຶກສາອົບຮົມວຽກງານແນວຄິດການເມືອງໃຫ້ແກ່ພະນັກງານຫຼາຍຂຶ້ນ ເພື່ອນຳໄປຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນຢູ່ບົນພື້ນຖານກົດໝາຍຂອງກຳມະບານ, ເອົາໃຈໃສ່ສ້າງຂະບວນການຕາມຂໍ້ແຂ່ງຂັນ 5 ເປັນເຈົ້າຢ່າງເປັນເຈົ້າການ ແລະ ວຽກງານອື່ນໆທີ່ຕົນຮັບຜິດຊອບ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ