ໃນຕອນເຊົ້າຂອງວັນທີ 17 ກຸມ ພາ 2022 ນີ້ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ອາລີ ວົງນໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງກໍາມະບານລາວ ພ້ອມທີມງານ, ທີ່ຫ້ອງຮັບແຂກງາຊ້າງຫ້ອງວ່າການແຂວງ ໄຊຍະບູລີ, ກ່ອນອື່ນ ທ່ານ ນາງອາລີ ວົງນໍ່ບຸນທໍາ ແມ່ນໄດ້ສະເໜີຈຸດປະສົງໃນການຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ ຄັ້ງນີ້ ເປັນຕົ້ນແມ່ນ ເພື່ອຊຸກຍູ້ວຽກງານຮອບດ້ານຂອງກໍາມະບານ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ຄົບຄະນະບໍລິຫານງານສູນກາງກໍາມະບານລາວ, ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທີມງານຂອງປະທານຄະນະບໍລິຫານງານກໍາ ມະບານລາວທີ່ໄດ້ລົງໃກ້ສິດ ແລະ ຊີ້ນໍາວຽກງານວິຊາສະເພາະຂອງກໍາມະບານຢູ່ແຂວງ ໄຊຍະບູລີ ຄັ້ງນີ້ ພ້ອມທັງໄດ້ລາຍງານສະພາບ ການພັດທະນາຂອງແຂວງໂດຍສັງເຂບ ເປັນຕົ້ນແມ່ນວຽກງານເສດຖະກິດ-ສັງຄົມ, ໂດຍລວມແລ້ວເສດຖະກິດຂອງແຂວງມີການເຕີບໂຕໃນລະດັບ 4,4%, ລາຍຮັບສະເລ່ຍ 3,115 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທ່ານແຮງຕົ້ນຕໍໃນການຍູ້ແຮງເສດຖະກິດແມ່ນການຜະລິດກະສິກໍາເຊັ່ນ: ການປູກມັນຕົ້ນ, ສາລີ, ໝາກເດືອຍ, ໝາກໂມ ແລະ ຖົ່ວເຫຼືອງຂອງນັກລົງທຶນຈາກຕ່າງປະເທດ, ການລ້ຽງສັດໃຫຍ່ປະເພດ ງົວ- ຄວາຍ ຕິດພັນກັບການປູກຫຍ້າ ໂດຍລ້ຽງເປັນຟາມ ແລະ ລ້ຽງແບບທອມ, ຄຽງຄູ່ກັບດ້ານດີແຂວງ ໄຊຍະບູລີ ຍັງມີດ້ານຫຍຸ້ງ ຍາກເປັນຕົ້ນແມ່ນ: ການຜະລິດກະສິກໍາຂອງປະຊາຊົນຍັງມີຄວາມສ່ຽງດ້ານການຕະຫຼາດ ແລະ ລາຄາ, ບໍ່ມີໂຮງງານຮອງຮັບຜົນຜະລິດຂອງປະຊາຊົນ, ສ່ວນຫຼາຍແມ່ນສົ່ງອອກເປັນວັງຖຸດີບ ແລະ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
Loading...