ຕອນບ່າຍວັນທີ 14 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງຈາກນະຄອນຫຼວງປັກກິ່ງດ້ວຍເຮືອບິນພິເສດໄປຮອດນະຄອນຊານຟຣານຊິສໂກປະເທດອາເມຣິກາ, ເຂົ້າຮ່ວມການພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາຕາມຄຳເຊີນຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ,ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 30 .

ໃນເວລາເດີນທາງໄປຮອດສະໜາມບິນສາກົນຊານຟຣານຊິສໂກ, ທ່ານສີຈິ້ນຜິງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຜູ້ຕາງໜ້າຝ່າຍອາເມຣິກາຫຼາຍທ່ານ ເຊິ່ງລວມທັງ ທ່ານກາວິນ ນິວຊຳ ເຈົ້າຄອງລັດກາຣີໂຟເນຍ, ທ່ານນາງເຈເນັດ ເຢເລນ, ລັດຖະມົນຕີກະຊວງການເງິນອາເມຣິກາ ແລະ ທ່ານອື່ນໆ.
ຢູ່ຕາມທາງທີ່ຂະບວນລົດຂອງທ່ານສີຈິ້ນຜິງພ້ອມຄະນະເດີນທາງຈາກສະໜາມບິນໄປສູ່ໂຮງແຮມນັ້ນ, ຊາວຈີນ ແລະ ເຊື້ອສາຍຈີນຢູ່ອາເມຣິກາຈຳນວນຫຼວງຫຼາຍ ພ້ອມດ້ວຍຜູ້ຕາງໜ້ານັກສຶກສາຈີນຢູ່ອາເມຣິກາໄດ້ຢືນລໍຖ້າຢູ່ແຄມທາງ, ຈັບທຸງຊາດຂອງສອງປະເທດຈີນ ແລະ ອາເມຣິກາ, ເພື່ອຕ້ອນຮັບທ່ານປະທານສີຈິ້ນຜິງ.