ຕອນເຊົ້າວັນທີ 10 ສິງຫາ 2021. ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ໄປວາງພວງມາລາທີ່ອະນຸສາວະລີນັກຮົມນິລະນາມ, ທີ່ສະໜາມຫລວງ, ນະຄອນຫລວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການຢູ່ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ລະຫວ່າງວັນທີ 9-10 ສິງຫາ 2021.
ການວາງພວງມາລາໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະ ຕັນຍູ-ຮູ້ບຸນຄຸນ, ລະນຶກເຖີງຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງບັນພະບູລຸດລາວ ທີ່ໄດ້ອຸທິດເລືອດເນື້ອ, ເຫືອແຮງ ແລະ ຊີວິດ ເພື່ອພາລະກິດການປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຂປລ
Loading...