ໂດຍຕອບສະໜອງຕາມຄໍາເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ຄະນະຜູ້ແທນຂັ້ນສູງເດີນ ທາງຢ້ຽມຢາມທາງລັດຖະກິດ ຣາຊະ ອານາຈັກ ກໍາປູເຈຍ ແລະ ສືບຕໍ່ເຂົ້າຮ່ວມພິທີເປີດກິລາຊີເກມ ຄັ້ງທີ 32 ໃນລະ ຫວ່າງ ວັນທີ 04-05 ພຶດສະພາ 2023 ທີ່ນະຄອນຫລວງພະນົມເປັນ, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ເສີມຂະ ຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ລາວ ແລະ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 4 ພຶດສະພາ 2023 ນີ້, ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຜູ້ຕາງໜ້າເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ຂ່າວ-ພາບ: ອ່າຍຄຳ


