ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 23 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບ ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ (DEENA JOY D. AMATONG) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາທາລະ ນະລັດ ຟີລິບປິນ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ ທີ່ໄດ້ຖືກແຕ່ງຕັ້ງ ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ປະຈໍາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບ ການ ຂອງ ສປປ ລາວ. ພ້ອມທັງສະແດງຄວາມຫວັງວ່າ ໃນຕະ ຫລອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະປະກອບສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມືທີ່ມີມາແລ້ວ ໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ລັດຖະບານລາວ ພ້ອມໃຫ້ການຮ່ວມມື ແລະ ອໍາ ນວຍຄວາມສະດວກ ໃຫ້ທ່ານທູດ ໃນການປະຕິບັດໜ້າທີ່ໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມື ລາວ-ຟີລິບປິນ ທີ່ມີມານານແລ້ວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ສປປ ລາວ ແລະ ສ ຟີລິບປິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 14 ມັງກອນ 1955, ຕະຫລອດໄລຍະຜ່ານມາ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ເຫັນໄດ້ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງໃນລະດັບຕ່າງໆ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມື.
ຂ່າວ : ສົມຫວັງ
ພາບ: ເກດສະໜາ