ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 17 ທັນວາ 2021, ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳ ຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແຂວງ ຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ, ພ້ອມຄະນະໃຫ້ການຕ້ອນຮັບ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານກາເຟສຳເລັດຮູບ Dao Coffee Factory ທີ່ຕັ້ງ ບ້ານຫລັກ 21 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແລະ ໄດ້ຮັບຟັງການ ລາຍງານຄວາມຄືບໜ້າ ໃນການດຳເນີນທຸລະກິດກາເຟດາວ ຈຳ ກັດ, ພາຍຫລັງການເຊັນສັນຍາຜູ້ຖືຮຸ້ນ ໃນເດືອນພະຈິກ 2020 ຜ່ານມາ, ບໍລິສັດກາເຟດາວ ຈຳກັດ ມີທຶນຈົດທະບຽນທັງໝົດ 278 ລ້ານໂດລາສະຫະລັດ, ໃນນັ້ນລັດຖະບານຖືຫຸ້ນ ໃນສັດສ່ວນກວມເອົາ 56% ເທົ່າກັບ 154,9 ລ້ານໂດລາ ແລະ ກຸ່ມບໍລິສັດ ກາເຟດາວ ຖືຫຸ້ນ 44% ເທົ່າກັບ 123,1 ລ້ານໂດລາ. ສຳ ລັບຜົນການດຳເນີນທຸລະກິດ ບໍລິສັດກາເຟດາວ ໃນປີ 2021 ມີລາຍຮັບ 150,02 ຕື້ກີບ, ໃນນັ້ນລາຍຮັບຈາກການສົ່ງອອກກວມ 54%.
ໂຮງງານແຫ່ງນີ້, ສ້າງຕັ້ງຂຶ້ນໃນປີ 2012, ມີເນື້ອທີ່ລວມທັງໝົດ 13 ເຮັກຕາ, ມີກຳລັງການຜະ ລິດສູງເຖິງ 3.500 ໂຕນຕໍ່ປີ ແລະ ໄດ້ນໍາໃຊ້ລະບົບອຸດສະຫະກໍາເຄື່ອງຈັກ ທີ່ມີຄວາມທັນສະໄໝ ຈາກທະ ວີບເອີຮົບ, ເຊິ່ງເຄື່ອງຈັກທັງໝົດທີ່ຢູ່ໃນໂຮງງານ ແມ່ນນຳເຂົ້າຈາກແບນເຄື່ອງຈັກທີ່ມີຊື່ສຽງ ເຊັ່ນ: ເຄື່ອງຂົ້ວກາເຟ ຂອງ PROBAT ຈາກປະເທດເຢຍລະມັນ, ເຄື່ອງ ຈັກລະບົບຜະລິດກາເຟສຳເລັດຮູບຂອງ NIRO ຈາກປະເທດເດັນມາກ ແລະ ເຄື່ອງຈັກບັນຈຸພັນຂອງ SANKO ຈາກປະເທດຍີ່ປຸ່ນ ເພື່ອຜະລິດອາຫານໃຫ້ມີຄຸນນະ ພາບສູງ ແລະ ໃຫ້ໄດ້ມາດຕະ ຖານ. ປັດຈຸບັນໂຮງງານກາເຟດາວ ໄດ້ນໍາໃຊ້ລະບົບຄວາມສະອາດປອດໄພ ຂອງຜະລິດ ຕະພັນອາຫານ ກໍຄື ISO 22000. ຜະລິດຕະພັນຂອງກາເຟດາວ ມີກາເຟຂົ້ວເມັດ, ກາເຟສຳເລັດຮູບ ແລະ ຮູບແບບຂອງການຜະລິດ (OEM).
ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ຢ້ຽມຢາມສວນຊາ 36 ເຊິ່ງແມ່ນໂຮງງານ ຜະລິດຊາສໍາເລັດຮູບ ທີ່ຕັ້ງຢູ່ເຂດພູພຽງບໍລະເວນ ບ້ານຫລັກ 36 ຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ, ເຊິ່ງເປັນກິດຈະການຂອງ ບໍລິສັດລາວ ທີຊິກ ມາເນີ ການຄ້າ ຂາ ອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສ້າງຕັ້ງຂຶ້ນປີ 2017. ມີມູນຄ່າການລົງທືນ 11 ລ້ານໂດລາສະຫາລັດ, ມີເນື້ອທີ່ 150 ເຮັກຕາ, ມີຕົ້ນຊາທັງໝົດ 110.000 ກວ່າຕົ້ນ, ດຳເນີນກິດຈະການ ຜະລິດປຸງແຕ່ງຊາສໍາເລັດຮູບເພື່ອສົ່ງອອກ. ໃນປີ 2021 ສົ່ງຜະລິດຕະພັນອອກປະເທດຈີນ ຈໍານວນ 4 ພັນກວ່າກ່ອງ, ເທົ່າກັບ 754,06 ກິໂລ, ລວມມູນຄ່າ 20.417,5 ໂດລາສະຫະລັດ. ແລະ ທີ່ເປັນຕົ້ນກຳເນີດຂອງຊາທີ່ມີຊື່ສຽງ ເຊັ່ນ: ທັບທິມແດງປາກຊ່ອງ (ຊາແດງ) ທີ່ຄັດມາຈາກໃບຊາຂອງຕົ້ນຊາບູຮານ 100 ປີ ແລະ ມໍລະກົດປາກຊ່ອງ (ຊາຂຽວ) ຊາທີ່ຄັດເລືອກມາຢ່າງດີ ຈາກ 1 ຍອດຫລາຍໃບຂອງຕົ້ນຊາບູຮານ ທີ່ມີອາຍຸ 300 ປີ. ຜະລິດຕະພັນຂອງ ສວນຊາ 36 ໄດ້ຜ່ານການກວດກາຕາມມາດຕະຖານສາກົນ, ໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວ, ໃບຢັ້ງຢືນຮັບຮອງແຫລ່ງກຳເນີດ ຈາກລາວ ແລະ ອື່ນໆ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ, ໂດຍເນັ້ນໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຜູ້ປະ ກອບການ ຕ້ອງເສີມຂະຫຍາຍ ຍົກສູງຄວາມສາມາດໃນການແຂ່ງຂັນກັບສາກົນ, ພ້ອມທັງຮັບປະກັນດ້ານມາດຕະຖານ ແລະ ຄຸນນະພາບອິນຊີຂອງຜະ ລິດຕະພັນ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 1 ປີ ຕິດພັນກັບການຜັນຂະຫຍາຍວາລະແຫ່ງ ຊາດ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ- ການເງິນ. ຊຸກຍູ້ສົ່ງເສີມປະຊາຊົນເຮັດການຜະລິດກະສິກໍາ ໃຫ້ກາຍ ເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ສືບຕໍ່ປົກປັກຮັກ ສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງທ້ອງ ຖິ່ນໃຫ້ຫລາຍຂຶ້ນ.
ຂ່າວ-ພາບ: ທັດຊະນະ