ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຫຼ່ງຂ່າວຈາກແຂວງຜົ້ງສາລີໃຫ້ຮູ້ ໃນວັນທີ 8 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ໂດຍມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ແລະ ທ່ານ ວັນ​ໄຊ ແສນຍອດ ກຳ​ມະ​ການ​ພັກ​ແຂວງ, ເລ​ຂາ​ພັກ​ເມືອງ, ເຈົ້າ​ເມືອງ​ຜົ້ງ​ສາ​ລີ ພ້ອມດ້ວຍຄະນະທິມ​ງານໄດ້ເດີນທາງ​ມາເຄື່ອນໄຫວຢຽມຢາມກຸ່ມ​ຜະ​ລິດ​ຊາ ບ້ານ​ລຸງ​ຈິ່ງ. ໂດຍການຕ້ອນຮັບຈາກ​ອຳ​ນາດ​ການ​ປົກ​ຄອງ​ບ້ານ ພ້ອມ​ດ້ວຍ​ກຸ່ມ​ຜະ​ລິດ​ຊາ ຢູ່ທີ່ບ້ານ​ດັ່ງ​ກ່າວ.
ການມາເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອເປັນການຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຜະ​ລິດ​ຊາ ຂອງບ້ານ​ລຸງ​ຈິ່ງ ເມືອງ ແລະ ແຂວງ​ຜົ້ງ​ສາ​ລີ ຕື່ມອີກ.
อาจเป็นรูปภาพของ 9 คน, ผู้คนกำลังยืน, กลางแจ้ง และ ต้นไม้
อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง