ໃນວັນທີ 28 ເມສາ 2022 , ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນ ຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ຕ້ອນຮັບ ທ່ານນາງ ເອນນາ ເອັສເທີ ວຽນ ວອລເດສ (Enna Esther Viant Valdes) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ກູບາ ຄົນ ໃໝ່ ປະຈຳ ສປປ ລາວ ເຊິ່ງມີສໍານັກງານຕັ້ງຢູ່ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານນາງ ເອນນາ ເອັສເທີ ວຽນ ວອລເດສ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດ ຖະທູດ ປະຈໍາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງ ສປປ ລາວ ແລະ ສະແດງຄວາມຫວັງວ່າໃນຕະຫລອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມ ມືທີ່ມີມາແລ້ວ ໃຫ້ນັບມື້ຂະ ຫຍາຍຕົວຂຶ້ນເລື້ອຍໆ.
ລັດຖະບານລາວ ພ້ອມໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ ໃຫ້ທ່ານທູດ ໃນການປະຕິບັດໜ້າທີ່ໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມື ລາວ-ສ.ກູບາ ທີ່ມີມານານແລ້ວໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ສປປ ລາວ ແລະ ສ.ກູບາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ພະຈິກ 1974, ຕະຫລອດໄລຍະຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ເວລາໃດກໍໜັກແໜ້ນຮ່ວມມືຖານອ້າຍນ້ອງເພື່ອນມິດຍຸດທະສາດ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເຂົ້າສູ່ລວງເລິກ ໂດຍໄດ້ມີການແລກປ່ຽນຄະນະຜູ້ ແທນທີ່ສໍາຄັນນໍາກັນ ໃນລະດັບການນໍາສູງສຸດລົງຮອດຂັ້ນວິຊາ ການ ແນໃສ່ແລກປ່ຽນຖອດຖອນບົດຮຽນນໍາກັນ ແລະ ເພີ່ມທະວີການຮັດແໜ້ນສາຍພົວພັນອັນດີຕະ ຫລອດມາ.
ຂ່າວ:ຕັອກ: ຮູບ: ຂັນໄຊ ເຫກສົມບັດ
