ວັນທີ 15 ທັນວາ 2021 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫລັກແຫລ່ງແຂວງອັດຕະປື ໂດຍເປັນກຽດຕ້ອນຮັບຂອງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ, ຫົວໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ສະຫາຍ ເລັດ ໄຊຍະພອນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ ໃນ 9 ເດືອນຕົ້ນປີ 2021 ແລະ ວຽກຈຸດສຸມໃນຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນຫລາຍໜ້າວຽກທີ່ສໍາເລັດເປັນຕົ້ນ: ດ້ານເສດຖະກິດຂອງແຂວງອັດຕະປື ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 7,5%, ສ້າງມູນຄ່າເພີ່ມໄດ້ 3.506 ຕື້ກີບ, ລວມຍອດຜະລິດພາຍໃນສະເລັ່ຍປະມານ 2.437ໂດລາ/ຄົນ/ປີ, ລາຍຮັບສະເລ່ຍຕໍ່ຫົວຄົນ 24.370.000 ລ້ານກີບ. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ກວມເອົາ 22,39% ຂອງ GDP ຂະແໜງອຸດສະຫະກຳ ກວມເອົາ 38,20% ຂອງ GDP, ຂະແໜງ ບໍລິການ ກວມເອົາ 39,41% ຂອງ GDP, ດ້ານງົບປະມານໃນ 11 ເດືອນຕົ້ນປີ ປະຕິບັດໄດ້ທັງໝົດ 147,94 ຕື້ກີບ, ເທົ່າກັບ 124,75% ຂອງແຜນການປີ, ມູນຄ່າການສົ່ງອອກປະຕິບັດໄດ້ 113,39 ລ້ານໂດລາ, ທຽບໃສ່ແຜນການປີ ປະຕິບັດໄດ້ 96%, ຂົງເຂດວັດທະນະທຳທຳ-ສັງຄົມ ແລະ ຂົງເຂດອື່ນໆ ກໍໄດ້ຮັບການພັດທະນາ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມ ແລະ ໄດ້ເນັ້ນໜັກຫລາຍບັນຫາສໍາຄັນເປັນຕົ້ນ: ໃຫ້ການນໍາຂອງແຂວງອັດຕະປື ສືບຕໍ່ເອົາໃຈໃສເຮັດວຽກງານການເມືອງ-ແນວຄິດຢ່າງໜັກແໜ້ນ, ເອົາໃຈໃສ່ຊຸກຍູ້ການກໍ່ສ້າງເຮືອນປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຂື່ອນແຕກໃນໄລຍະຜ່ານມາທີ່ຍັງບໍ່ທັນສໍາເລັດ ເລັ່ງມືເຮັດໃຫ້ສໍາເລັດພາຍໃນ ປີ 2022, ຊຸກຍູ້ປະຊາຊົນທໍາການຜະລິດດ້ານກະສິກຳເພື່ອໃຫ້ກຸ້ມຕົນເອງ ແລະ ສາມາດສ້າງລາຍຮັບເພີ່ມໃນຄອບຄົວ ໂດຍນໍາໃຊ້ທ່າ ແຮງທີ່ມີພາຍໃນແຂວງໃຫ້ໄດ້ດີທີ່ສຸດ, ປະຢັດທີ່ສຸດ, ປຸກລະດົມໃຫ້ປະຊາຊົນມີຄວາມຕື່ນຕົວ, ມີຄວາມສາມັກຄີ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດ ກໍຄື ແຂວງ ອັດຕະປື ນັບມື້ດີຂຶ້ນເທື່ອລະກ້າວ.

ຂ່າວ: ມະນີວອນ