ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 27 ໃນຮູບແບບກອງປະຊຸມທາງໄກ, ພາຍ ໃຕ້ຫົວຂໍ້: “ບົດບາດໃໝ່ຂອງອາຊີ ໃນໂລກທີ່ແບ່ງຂົ້ວ (Redefining Asia’s role in a divided world)”, ຈັດຂຶ້ນໂດຍ ສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI), ໃນວັນທີ 26-27 ພຶດສະພາ 2022, ທີ່ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ ໂດຍມີການນຳ, ອະດີດການນຳຂອງບັນດາປະເທດໃນພາກພື້ນອາຊີ ກໍຄື ຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສື່ມວນຊົນ ແລະ ນັກຄົ້ນຄວ້າ ເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະຕໍ່ກັບສະພາບການທີ່ເກີດຂຶ້ນໃນປັດຈຸບັນ ແລະ ຊຸກຍູ້ບົດບາດຂອງອາຊີ ຕໍ່ໂລກຄືແນວໃດ ດ້ວຍເປົ້າໝາຍອັນດຽວກັນ ແລະ ສອດຄ່ອງກັນ.
ໃນກອງປະຊຸມຄັ້ງນີ້, ທ່ານປະທານປະ ເທດໄດ້ກ່າວປາໄສຜ່ານສື່ເອເລັກໂຕຣນິກ (Online) ເຊິ່ງມີເນື້ອໃນສ່ອງແສງໃຫ້ເຫັນເຖິງ ສະພາບການປັດຈຸບັນ ທີ່ໂລກກຳລັງປະເຊີນກັບຄວາມຫຍຸ້ງຍາກ, ສັບ ສົນ, ຄວາມຂັດແຍ່ງ, ແບ່ງຂົ້ວ ເຊິ່ງສະ ພາບການທີ່ທ້າທາຍດັ່ງກ່າວ ມັນຮຽກ ຮ້ອງໃຫ້ປະຊາຄົມໂລກ ກໍຄື ພາກພື້ນອາຊີ ໃນຖານະເປັນຫົວຈັກຂັບເຄື່ອນທີ່ສຳຄັນ ຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ, ທັງເປັນຜູ້ລິເລີ່ມສ້າງຕັ້ງຫລາຍກົນໄກການຮ່ວມມືໃໝ່ທີ່ກວ້າງຂວາງ ແລະ ຮອບດ້ານ ຄວນສືບຕໍ່ຍົກສູງບົດ ບາດຂອງຕົນໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ ແນໃສ່ເພື່ອປົກປ້ອງ ແລະ ສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ, ເຄົາລົບເຊິ່ງກັນ ແລະ ກັນ, ສ້າງສັນພ້ອມທັງສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ, ການເຊື່ອມໂຍງ, ການເຊື່ອມຈອດ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມກັນນີ້, ທ່ານປະທານປະເທດ ກໍໄດ້ຍົກໃຫ້ເຫັນວ່າອາຊີ ຄວນສືບຕໍ່ຮ່ວມແຮງຮ່ວມໃຈກັນ ໃນການເພີ່ມທະວີການຮ່ວມມື ແລະ ຄວາມພະຍາ ຍາມໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ ດ້ວຍການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆໂດຍສັນຕິວິທີ ໂດຍຜ່ານການເຈລະຈາ ແລະ ປຶກສາຫາລືແບບສ້າງສັນບົນພື້ນຖານຂອງການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເພີ່ມທະວີການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ພ້ອມທັງສືບຕໍ່ຮ່ວມມືກັນຟື້ນຟູສະພາບເສດຖະ ກິດ-ສັງ ຄົມ ອັນເນື່ອງມາຈາກຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ທ່ານໄດ້ຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ປະເທດເພື່ອນມິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າໃນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ.
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ວ່າອະນາຄົດຂອງອາຊີ ລວມຄັ້ງນີ້ເປັນຄັ້ງທີ 6, ນັບແຕ່ເຄີຍດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແລະນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ເຊິ່ງການປາໄສຂອງທ່ານແຕ່ລະຄັ້ງ ໄດ້ສະ ແດງໃຫ້ເຫັນເຖິງວິໄສທັດທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ.
ພ້ອມນີ້, ຍັງເປັນການປະກອບສ່ວນເຂົ້າໃນການ ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມມືຍຸດ ທະສາດລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.
ພາບ: ອ່າຍຄຳ

