ຕອນເຊົ້າ ຂອງ ວັນທີ 22 ພະຈິກ 2021, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ ໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຣາຈິ ຮາຊານັນ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ສີ ຈິ້ນຜິງ, ປະທານປະເທດແຫ່ງ ສປ ຈີນ.
ກອງປະຊຸມ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຈີນ ຕະ ຫລອດໄລຍະ 30 ປີ ຜ່ານມາ ເຊິ່ງເຫັນໄດ້ເຖິງການຂະຫຍາຍຕົວ ແລະ ກ້າວເຂົ້າສູ່ຂີດໝາຍສຳຄັນ ໂດຍສະເພາະ ການຍົກລະດັບການພົວພັນຮ່ວມມື ອາຊຽນ-ຈີນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງເປັນທາງການ ທີ່ສ່ອງແສງໃຫ້ເຫັນຄວາມໝາຍໝັ້ນທາງດ້ານການເມືອງ ຂອງ ອາຊຽນ-ຈີນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ກໍ່ຄືການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ຕະຫຼອດໄລຍະ 3 ທົດສະວັດ ຜ່ານມາ, ອາຊຽນ ແລະ ສປ ຈີນ ໄດ້ປະສົບຜົນສໍາເລັດທີ່ພົ້ນເດັ່ນຫຼາຍ ໂດຍສະເພາະມູນຄ່າການຄ້າສອງຝ່າຍ ໄດ້ເພີ່ມຂຶ້ນຫຼາຍກວ່າ 80 ເປີເຊັນ ຖ້າທຽບໃສ່ໃນປີ 1991; ການແລກປ່ຽນວັດທະນະທຳ ແລະ ການໄປມາຫາສູ່ຂອງປະຊາຊົນ ແລະ ການຮ່ວມມືດ້ານອື່ນໆກໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ.
ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີທີ່ ສປ ຈີນ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອອາຊຽນ ໃນການຮ່ວມມືເພື່ອຕ້ານກັບພະຍາດ ໂຄວິດ-19, ສືບຕໍ່ໃຫ້ການຊ່ວຍເຫຼືອອາຊຽນ ໂດຍການປະກອບສ່ວນເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19; ການຮ່ວມມືດ້ານສາທາລະນະສຸກ ໂດຍສະເພາະ ການຄົ້ນຄວ້າຢາປິ່ນປົວ, ການສ້າງບຸກຄະລາກອນດ້ານສາທາລະນະສຸກ ແບບຄົບຊຸດ. ສືບຕໍ່ການແລກປ່ຽນການຮ່ວມມືດ້ານວັດທະນະທຳ-ສັງຄົມ; ພິຈາລະນາເປີດການໄປມາຫາສູ່ຂອງປະຊາຊົນ, ການໃຫ້ທຶນການສຶກສາສຳລັບນັກຮຽນອາຊຽນ ໄປຮຽນຢູ່ ສປ ຈີນ; ການຮ່ວມມືດ້ານ ຊາວໜຸ່ມ, ແມ່ຍິງ ແລະ ກິລາ.
ນອກນັ້ນ, ກອງປະຊຸມຍັງໄດ້ປືກສາຫາລື ກ່ຽວກັບທິດທາງການຮ່ວມມືໃນອານາ ຄົດ, ໂດຍສະເພາະ ການຟື້ນຟູເສດຖະ ກິດພາກພື້ນ ຜ່ານການເຊື່ອມໂຍງເຊື່ອມຈອດດ້ານການຄ້າ-ການລົງທຶນ ໂດຍການສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການອາຊຽນ-ຈີນ ວ່າດ້ວຍການເຊື່ອມສານລະຫວ່າງ ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ແລະ ແລວທາງການຄ້າທາງບົກ-ທາງທະເລສາກົນໃໝ່ຂອງຈີນ; ການສົ່ງເສີມ ແລະ ພັດທະນາຂີດຄວາມສາມາດດ້ານເສດຖະກິດດີຈີຕອນ ແລະ ນະວັດຕະກຳ ເປັນຕົ້ນແມ່ນ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນຂົງເຂດການຄ້າ, ການເງິນ, ການທະນາຄານ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ (Joint Statement of the ASEAN-China Special Summit to Commemorate the 30th Anniversary of ASEAN-China Dialogue Relations).
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ: ອ່ອນຈັນ
Loading...