ຕອນບ່າຍວັນທີ 16 ທັນວາ 2021 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ເຫລັກໄຫລ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມເມືອງທ່າແຕງ ເພື່ອຕິດຕາມຊຸກຍູ້ສະພາບການພັດທະນາພາຍ ໃນເມືອງ ໂດຍສະເພາະ ໄດ້ໄປເບິ່ງສະຖານທີ່ໂຮງານຜະລິດມັນຕົ້ນ ຂອງບໍລິສັດຄູນມີໄຊ ຕັ້ງຢູ່ເມືອງທ່າແຕງ.

ບໍລິສັດ ຄູນມີໄຊ ໄດ້ທໍາການຜະ ລິດມັນຕົ້ນສໍາເລັດຮູບ ເພື່ອສົ່ງ ອອກ, ເຊິ່ງເປັນບໍລິສັດໜຶ່ງ ທີ່ໄດ້ສ້າງອາຊີບ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງທ່າແຕງ ແລະ ເມືອງອ້ອມຂ້າງ ດ້ວຍການເກັບຊື້ຜົນຜະລິດມັນຕົ້ນ ເພື່ອປ້ອນເຂົ້າໂຮງງານຜະລິດເປັນແປ້ງສໍາເລັດຮູບ ສົ່ງອອກຕ່າງປະ ເທດ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບໍລິສັດ ຕ້ອງໄດ້ປະສານສົມທົບເຊິ່ງກັນ ແລະ ກັນຢ່າງຮັດກຸມ, ໂດຍນໍາໃຊ້ທ່າແຮງທີ່ມີພາຍໃນເມືອງ ແລະ ແຂວງ. ຄຽງຄູ່ກັນນີ້, ກໍຕ້ອງສົ່ງ ເສີມອາຊີບ ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງ ກໍຄື ແຂວງ ດ້ວຍການສົ່ງເສີມໃຫ້ປະ ຊາຊົນປູກມັນຕົ້ນໃຫ້ຫລາຍ ເພື່ອສະໜອງມັນຕົ້ນດິບປ້ອນເຂົ້າໂຮງານ, ປະກອບສ່ວນມອບພັນ ທະອາກອນ, ຄ່າທໍານຽມຕ່າງໆ ໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ ເພື່ອພ້ອມກັນປະກອບສ່ວນເຂົ້າການສ້າງສາ ແລະ ພັດທະນາປະ ເທດຊາດ ກໍຄື ແຂວງເຊກອງ ໃຫ້ມີໃບໜ້າໃໝ່.