ປະທານປະເທດ ເດີນທາງມາເຖິງແຂວງຊຽງຂວາງ ເພື່ອເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງເຖິງແຂວງຊຽງຂວາງ ໃນເຊົ້າວັນທີ 13 ທັນວາ 2022 ເພື່ອເຂົ້າຮ່ວມພິທີໄຂງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນດັ່ງກ່າວນີ້.

ທ່ານປະທານປະເທດ ໄດ້ມາເຖິງສະໜາມບິນແຂວງຊຽງຂວາງ ເວລາປະມານ 10:00 ໂມງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍານນໍາຂອງແຂວງ.
ການມາເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022ຂອງ ທ່ານປະທານປະເທດຄັ້ງນີ້ ຈະເປັນອີກໜຶ່ງປະຫວັດສາດທີ່ສຳຄັນຂອງງວົງການກິລາລາວ ເວົ້າລວມ, ເວົ້າສະເພາະ ກໍເປັນປະຫວັດສາດອັນສຳຄັນຂອງແຂວງຊຽງຂວາງ ເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດຄັ້ງນີ້.

