ໃນວັນທີ 14 ທັນວາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດ 4 ປະ ເທດຄື: ເຢຍລະມັນ, ຝຣັ່ງ, ມົງ ໂກລີ ແລະ ຍີ່ປຸ່ນ ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາ ສປປ ລາວ.

ເວລາ 9:00 ໂມງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດເຕ ໂນບລອທຈ໌ (Annette KNOBLOCH) ເຂົ້າຍື່ນສານຕາຕັ້ງເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ, ຊຶ່ງມີສໍານັກງານການທູດຕັ້ງ ຢູ່ ນະຄອນຫລວງວຽງຈັນ. ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວ ພັນການທູດນຳກັນ ໃນວັນທີ 31 ມັງກອນ 1958, ການຮ່ວມມືສອງຝ່າຍລາວ-ເຢຍລະມັນ ແມ່ນຢູ່ໃນລະດັບດີພໍສົມຄວນ, ສະເໝີຕົ້ນສະເໝີປາຍ ແລະ ມີການປຶກສາຫາລືກັນເປັນປະຈຳ ໂດຍຕ່າງຝ່າຍຕ່າງເຂົ້າໃຈເຊິ່ງກັນ ແລະ ກັນ ໃນຖານະຄູ່ຮ່ວມພັດທະນາ.

ເວລາ 9:30 ໂມງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບ ທ່ານ ນາງ ຊີບແລງ ຊົວຣ໌ (Siv-Leng CHHOUR) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ຝຣັ່ງ ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ ນະ ຄອນຫລວງວຽງຈັນ. ສປປ ລາວ ແລະ ສາທາລະນະລັດຝຣັ່ງ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ຕຸລາ 1953.
ເວລາ 10:00 ໂມງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບ ທ່ານ ພົນຈັດ ຕະວາ ຢາມບາຊູເຣນ ແຈມສແຣນ (Byambasurean Jamsran) ເຂົ້າຍື່ນສານຕາຕັ້ງເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ນະຄອນ ຫລວງວຽງຈັນ. ສປປ ລາວ ແລະ ມົງໂກລີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ກັນຍາ 1962, ພາຍຫລັງສ້າງຕັ້ງສາຍພົວພັນການທູດນຳກັນເປັນຕົ້ນມາ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ກໍໄດ້ຮັບການເສີມຂະຫຍາຍ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນຕະ ຫລອດມາ.

ເວລາ 10:30 ໂມງ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບ ທ່ານ ໂຄບາຢາຊິ ເຄນນິຈິ (KOBAYASHI Kenichi) ເຂົ້າຍື່ນສານຕາຕັ້ງເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະຮາຊະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ນະຄອນ ຫລວງວຽງຈັນ. ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 5 ມີນາ 1955 ແລະ ເປັນຄູ່ຮ່ວມຍຸດທະ ສາດຍົກລະດັບ ໃນປີ 2015 ເຊິ່ງເປັນປີແຫ່ງການສະເຫລີມ ສະ ຫລອງ ວັນສ້າງຕັ້ງສາຍພົວພັນການ ທູດລາວ-ຍີ່ປຸ່ນ ຄົບຮອບ 60 ປີ ແລະ ເປັນຄູ່ຮ່ວມມືຮອບ ດ້ານຍົກລະດັບໃນປີ 2010.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ບັນ ດາທ່ານທູດປະເທດເພື່ອນມິດ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາຢູ່ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະພາບການພັດ ທະນາຂອງລາວ ໃຫ້ແກ່ບັນດາທ່ານທູດໄດ້ຮັບຊາບ ແລະ ຫວັງວ່າ ໃນຕະຫລອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ລາວ ບັນດາທ່ານທູດຈະປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືທີ່ມີມານານແລ້ວໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ. ເຊິ່ງລັດ ຖະບານລາວ ພ້ອມແລ້ວຈະໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ທຸກທ່ານ ໃນການປະຕິບັດໜ້າທີ່ຢູ່ລາວໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທີ່ມີມານານແລ້ວໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ຂ່າວ : ສົມຫວັງ
ພາບ : ເກດສະໜາ