ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ຢ້ຽມ ຢາມ ແລະ ເຮັດວຽກຢູ່ເມືອງແອດ ແຂວງຫົວພັນ ໃນວັນທີ 14 ທັນວາ ຜ່ານມາ ໂດຍໄດ້ຮັບຟັງການລາຍງານສະ ພາບການຊີ້ນຳ-ນຳພາວຽກງານຮອບດ້ານ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງ ແລະ ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ຢູ່ພາຍໃນເມືອງ ຈາກທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງແອດ.
ຈາກນັ້ນ, ທ່ານປະທານປະເທດ ກໍໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງແອດ ໄດ້ພ້ອມກັນພັດທະນາພື້ນຖານໂຄງລ່າງ ປົວແປງຊິວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆມາ. ພ້ອມນີ້ ທ່ານກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເອົາໃຈໃສ່ສຶກສາອົບຮົມຊາວໜຸຸຸຸ່ມ-ໄວໜຸ່ມທີ່ຈະເປັນຜູ້ສືບທອດພາລະກິດຂອງຊາດໃນຕໍ່ໜ້າ ໃຫ້ຫ່າງໄກຈາກສິ່ງເສບຕິດ ຫຼື ອະບາຍຍະມຸກຕ່າງໆ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີພາຍໃນເມືອງ ເຂົ້າໃນການແກ້ໄຂ-ລຶບລ້າງຄວາມທຸກຍາກ ຕາມແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດວາງອອກ.
ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ພ້ອມດ້ວຍຄະນະ ຍັງໄດ້ທ່ຽວຊົມປາວັງສະຫງວນ, ຂົວອູ່ນໍ້າແອດ ແລະ ຕະຫຼາດເມືອງແອດ ຕື່ມອີກ.


