ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 30 ຕຸລາ 2023 ທີ່ສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໂອກາດນີ້, ທ່ານ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ນາຍົກລັດ ຖະມົນຕີ ເສດຖາ ທະວີສິນ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນ ການຢ້ຽມຢາມ ສປປ ລາວ ເທື່ອທໍາອິດພາຍຫລັງໄດ້ຮັບເລືອກຕັ້ງເປັນນາຍົກລັດ ຖະມົນຕີ ຄົນທີ 30 ແຫ່ງ ຣາຊະອານາ ຈັກໄທ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ຈະເລີນເຕີບໂຕ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍ ພອນໄຊອັນປະ ເສີດໄປຍັງ ທ່ານ ມູຫະມັດນໍ ມັດທາ ປະທານສະພາຜູ້ແທນຣາຊະດອນ ແລະ ທ່ານ ສາດສະດາຈານພິເສດ ພອນເພັດ ວິຊິດຊົນໄຊ ປະທານວຸດທິສະພາ ແຫ່ງ ຣາຊະອານາຈັກໄທ ແລະ ສະ ມາຊິກລັດຖະສະພາທຸກທ່ານ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ກໍຄື ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫລອດໄລຍະຜ່ານມາ ຈົນໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ຜ່ານມາ, ພ້ອມ ທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ໄທ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມມຸ້ງມາດປາຖະໜາ ຂອງລັດຖະບານສອງປະເທດ ໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ, ການເຊື່ອມໂຍງ-ເຊື່ອມຈອດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ ກໍຄື ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນຕອນທ້າຍ, ທ່ານ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ, ລັດຖະສະພາ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ແລະ ວຽກງານ ອື່ນໆ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຫວັງວ່າ ລັດຖະບານໄທ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນອະນາຄົດ ໂດຍສະເພາະ ການເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024 ທີ່ຈະມາເຖິງນີ້.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ເສດຖາ ທະວີສິນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຣາຊະອານາຈັກໄທ ໂດຍຫຍໍ້ ພ້ອມທັງໄດ້ສະແດງຄວາມ ຍິນ ດີຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະ ການຮ່ວມມືຂອງສອງອົງການນິຕິບັນຍັດ ລາວ-ໄທ ໃຫ້ໄດ້ຮັບໝາກຜົນ ແລະ ກ້າວເຂົ້າສູ່ລວງເລິກ.