ໃນວັນທີ 14 ມິຖຸນາ ນີ້້ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງ ຊາດ,ທ່ານ ລິນຄໍາ ດວງສະຫວັນ ກຳມະ ການສຳຮອງສູນກາງພັກ ປະທານກຳມະ ທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ພົບປະໂອ້ລົມສະມາ ຊິກສະພາປະຊາຊົນແຂວງສະຫວັນນະເຂດ ທີ່ຫ້ອງປະຊຸມສະພາຫຼັງເກົ່າຂອງແຂວງ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.

ໂອກາດນີ້ທ່ານ ກົງແກ້ວ ມີວໍລະຈັກ ປະ ທານສະພາປະຊາຊົນແຂວງ ສະຫວັນນະເຂດ ກໍ່ໄດ້ລາຍງານກ່ຽວກັບຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ 2 ເຊິ່ງກອງປະຊຸມ ແມ່ນໄດ້ຮັບຮອງເອົາບັນຫາສຳຄັນພື້ນ ຖານຂອງແຂວງ ຕາມທີ່ກຳນົດໄວ້ໃນກົດໝາຍ ເປັນຕົ້ນແມ່ນ : ໄດ້ຮັບຮອງເອົາການເລືອກຕັ້ງປະທານສະພາປະຊາຊົນແຂວງຊຸດທີ 2, ເລືອກຕັ້ງເອົາຮອງປະ ທານສະພາປະຊາຊົນແຂວງ ພ້ອມບັນດາກຳມະການຄະນະປະຈຳສະພາປະຊາຊົນແຂວງ ,ຮັບຮອງໂຄງປະກອບກົງຈັກສະ ພາປະຊາຊົນແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກຳມະການ, ເລຂາທິການ ໃນຖານະເປັນຜູ້ປະຈຳການມີທັງໝົດ 16 ທ່ານ, ຍິງ 3 ທ່ານ. ໃນນີ້ຜູ້ປະຈໍາການມີ 13 ທ່ານ. ກອງປະຊຸມໄດ້ເລືອກຕັ້ງເອົາຫົວໜ້າອົງການໄອຍະການປະຊາຊົນແຂວງ,ປະທານສານປະຊາຊົນແຂວງແລະຮັບຮອງເອົາການແຕ່ງຕັ້ງເຈົ້າແຂວງ,ຮອງເຈົ້າແຂວງສະຫວັນນະເຂດ, ຮັບຮອງເອົາໂຄງປະກອບກົງຈັກຂອງອົງ ການປົກຄອງແຂວງເຊິ່ງມີ 15 ພະແນກການ, 2 ກອງບັນຊາການ ແລະ 2ອົງການທຽບເທົ່າພະແນກຂັ້ນແຂວງພ້ອມທັງຮັບ ຮອງເອົາການແຕ່ງຕັ້ງຫົວໜ້າພະແນກ 18 ພະແນກ.

ຈາກນັ້ນຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດເຍືອງທາງຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ສະພາປະຊາຊົນແຂວງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ 9 ຈົນໄດ້ຮັບໝາກຜົນຢ່າງຈົບງາມ ພ້ອມນີ້ກໍ່ຍັງໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ,ແຜນພັດທະນາເສດຖະກິດ – ສັງຄົມ 5 ປີຄັ້ງທີ 9 ກໍ່ຄືການຈັດຕັ້ງປະຕິບັດພາລະບົດບາດ , ສິດໜ້າທີ່ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໃນໂອກາດທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລະເຮັດວຽກຮ່ວມກັບສະພາປະຊາຊົນແຂວງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ໃນຄັ້ງນີ້ ມີຫຼາຍວຽກງານທີ່ຈະໄດ້ພ້ອມກັນຈັດຕັ້ງແກ້ໄຂຕົ້ນແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງວຽກງານສະພາປະຊາຊົນແຂວງ ແລະ ວຽກງານອື່ນໆ