ໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ ຂອງເວທີປຶກສາຫາລືລັດຖະສະພາອາຊີ -ປາຊີຟິກ (APPF) ຄັ້ງທີ 30 ໃນວັນທີ 27 ຕຸລາ 2022 ທີ່ບາງກອກ ຣາຊະອານາຈັກໄທ, ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ກ່າວປາໄສຕໍ່ກອງປະຊຸມປຶກສາຫາລືວາລະທີ 1 ວຽກງານການເມືອງ ແລະ ຄວາມໝັ້ນຄົງ ພາຍໃຕ້ຫົວຂໍ້ “ສົ່ງເສີມການທູດລັດຖະສະພາ ເພື່ອຄວາມໝັ້ນຄົງໃນພາກພື້ນ” ໂດຍທ່ານ ໄດ້ຕີລາຄາສູງ ແລະ ສະໜັບສະໜູນ ຕໍ່ຄໍາຂວັນຂອງກອງປະຊຸມທີ່ວ່າ: “ລັດຖະສະພາ ແລະ ການພັດທະນາແບບຍືນຍົງ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19’’ ເຊິ່ງໄດ້ສະແດງໃຫ້ເຫັນເຖິງບົດບາດ ແລະ ຄວາມສຳຄັນຂອງ ອົງການນິຕິບັນຍັດທີ່ມີຄວາມຮັບຜິດຊອບຕໍ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 (SDGs) ເພື່ອຮັບປະກັນການຟື້ນຟູ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ແບບຍືນຍົງສຳລັບອະນາຄົດ.
ພ້ອມນີ້, ທ່ານປະທາສະພາແຫ່ງຊາດລາວ ຍັງໄດ້ຕີລາຄາວ່າ: ກອງປະຊຸມ APPF-30 ຄັ້ງນີ້, ຈັດຂຶ້ນໃນທ່າມກາງທີ່ໂລກ ກໍຄື ພາກພື້ນ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ບັນຫາການສະກັດກັ້ນ ແລະ ຮັບມືກັບຜົນກະທົບຈາກການແພ່ລະບາດ ຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ, ຄວາມຂັດແຍ່ງທາງດ້ານການທະຫານໃນພາກພື້ນຕ່າງໆ, ບັນຫາການເງິນ ແລະ ເສດ ຖະກິດທົດຖອຍ, ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຂາດແຄນພະລັງງານ ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ.
ເພື່ອເປັນການຮັບມືກັບສິ່ງທ້າທາຍດັ່ງກ່າວ, ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຕ້ອງໄດ້ຍົກສູງບົດບາດການທູດລັດຖະສະພາ ໃນການຊຸກຍູ້ສົ່ງເສີມການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງສະມາຊິກ APPF ດ້ວຍກັນ, ມີສ່ວນຮ່ວມໃນການແກ້ໄຂຂໍ້ຂັດ ແຍ່ງ ແລະ ສິ່ງທ້າທາຍຕ່າງໆຂອງພາກພື້ນ, ລວມທັງການພິຈາລະນາຮັບຮອງເອົາມະຕິທີ່ສໍາຄັນຫລາຍສະບັບ ໃນກອງປະຊຸມໃຫຍ່ປະຈຳປີ ແນໃສ່ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ-ຄວາມໝັ້ນຄົງຂອງພາກພື້ນອາຊີ-ປາຊີຟິກ; ສົ່ງເສີມການມີສ່ວນ ຮ່ວມຂອງປະຊາຊົນ ກໍຄື ທຸກພາກສ່ວນໃນສັງຄົມ; ຕອບສະໜອງທາງດ້ານນິຕິກຳທີ່ມີຄວາມສອດຄ່ອງກົມກຽວກັນ; ແລກ ປ່ຽນບົດຮຽນ ແລະ ປະສົບການທີ່ດີນຳກັນໃນການປະຕິບັດໜ້າທີ່ຂອງລັດຖະ ສະພາສະມາຊິກ APPF; ເປັນເຈົ້າການໃນການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະ ຕິບັດບັນດາຖະແຫລງການຮ່ວມ ແລະ ມະຕິຕ່າງໆທີ່ພາກພື້ນອາຊີ-ປາຊີຟິກ ໄດ້ຮັບຮອງ ແລະ ລົງນາມ ໃຫ້ປະກົດຜົນເປັນຈິງ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ໃນພາກພື້ນນີ້ ກໍຄື ໃນໂລກ.
ພ້ອມນີ້, ທ່ານປະທານສະພາແຫ່ງຊາດລາວ ຍັງໄດ້ຍົກໃຫ້ເຫັນເຖິງ ການດຳເນີນນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢ່າງສະເໝີຕົ້ນສະເໝີປາຍ, ສົ່ງເສີມຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງບັນດາເຜົ່າ ໃຫ້ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ຢຶດໝັ້ນຕາມເຈຕະນາລົມ ແລະ ຄວາມໝາຍໝັ້ນທາງດ້ານການເມືອງທີ່ຈະຮ່ວມມືກັບວົງຄະນາຍາດສາກົນ ແກ້ໄຂບັນດາຂໍ້ຂັດແຍ່ງ ແລະ ສິ່ງທ້າທາຍ ທີ່ພວມເກີດຂຶ້ນໃນພາກພື້ນຕ່າງໆ ແລະ ໃນໂລກ ດ້ວຍສັນຕິວິທີ ໂດຍປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ສັນ ຕິພາບ, ການຮ່ວມມື, ການເຊື່ອມໂຍງ- ເຊື່ອມຈອດພາຍໃນພາກພື້ນ ແລະ ການພັດ ທະນາເສດຖະກິດ-ສັງຄົມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະ ຊາຊົນໃຫ້ດີຂຶ້ນເລື້ອຍໆ.
ໃນຂະບວນການດັ່ງກ່າວນີ້, ສະພາແຫ່ງ ຊາດລາວ ໄດ້ເພີ່ມທະວີບົດບາດຂອງຕົນ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍໄດ້ມີການຮັບຮອງເອົາກົດໝາຍຫລາຍສະບັບ ທີ່ສອດຄ່ອງກັບຫລັກການສາກົນ, ຄວາມເປັນຈິງຂອງປະເທດ, ມີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ກໍຄື ການປະ ຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ພ້ອມທັງໃຫ້ສັດຕະຍາບັນໃຫ້ແກ່ສົນທິສັນຍາ ເປັນຕົ້ນ ສົນທິສັນຍາກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຕ້ານການກໍ່ການຮ້າຍ, ຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ, ການເກືອດຫ້າມອາວຸດນິວເຄຣຍ ແລະ ອື່ນໆ ເຊິ່ງບັນດາສົນ ທິສັນຍາເຫລົ່ານັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ໃນພາກພື້ນ ແລະ ໃນໂລກ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງລັດຖະສະພາສະມາຊິກ APPF ຈົ່ງເພີ່ມທະວີການເຮັດບົດບາດການທູດລັດຖະສະພາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນ ຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ເປັນອີກຊ່ອງທາງໜຶ່ງທີ່ສຳຄັນໃນການແກ້ໄຂບັນຫາ ແລະ ຂໍ້ຂັດແຍງຕ່າງໆຢ່າງສັນຕິວິທີ ໂດຍຜ່ານຂະບວນການເຈລະຈາ, ປະຕິບັດຕາມຫລັກການ ແລະ ກົດໝາຍສາກົນ.
ຂ່າວ-ພາບ: ສະພາແຫ່ງຊາດ