ວັນທີ 5 ມັງກອນ 2022 ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດລາວ ພ້ອມດ້ວຍຄະ ນະ ໄດ້ເດີນທາງໄປຢ້ຽມຊົມ ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດກວາງຊີ ແຂວງຫຼວງພະບາງ. ໂອກາດນີ້ ທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວ ແຂວງ ໄດ້ລາຍງານການກະກຽມ ແລະການຮອງຮັບນັກທ່ອງທ່ຽວ ເຂົ້າຊົມບັນດາແຫຼ່ງທ່ອງທ່ຽວຢູ່ພາຍໃນແຂວງ ລວມທັງສະພາບການຄຸ້ມຄອງ ແຫຼ່ງທ່ອງທ່ຽວຕາດກວາງຊີວ່າ: ແຂວງຫຼວງພະບາງ ໄດ້ຖືກບັນຈຸເຂົ້າໃນແຜນເຂດທ່ອງທ່ຽວສີ ຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ເຊິ່ງໄລຍະທີ່ 1 ເລີ່ມແຕ່ວັນທີ 01 ມັງກອນ 2022 ຫາ ວັນທີ 30 ມີນາ 2022 ອົງການປົກຄອງແຂວງຫຼວງພະບາງ ໄດ້ເປັນເອກະພາບກຳນົດເອົາ ນະຄອນ ຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ ແລະເມືອງງອຍ ເປັນເຂດການທ່ອງທ່ຽວສີຂຽວຂອງແຂວງ, ຄຽງຄູ່ກັບການສຸມໃສ່ປະຕິບັດ ມາດຕະຖານການທ່ອງທ່ຽວປອດໄພ ຫຼື Lao safe ເພື່ອຊຸກຍູ້ໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ ປະຕິບັດຕາມມາດຕະຖານ ເພື່ອຕ້ອນຮັບນັກທ່ອງທ່ຽວແບບປອດໄພ. ສໍາລັບການພັດທະນາແຫຼ່ງທ່ອງທ່ຽວນ້ຳຕົກຕາດກວາງຊີ ໄດ້ປັບປຸງເສັ້ນ ທາງຍ່າງ, ບໍລິເວນບ່ອນອາບນ້ຳ, ສ້າງຫ້ອງນໍ້າສາທາລະນະຕາມາດ ຕະຖານອາຊຽນ ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກສະມາຄົມຫ້ອງນ້ຳໂລກ ແລະທືນຂອງໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ; ຕິດຕັ້ງປ້າຍຊີ້ບອກ, ຕູບນັ່ງຜັກຜ່ອນ, ຂົວ, ຊານແລ້ງ, ຮາວກັນຕົກ ແລະອື່ນໆ ເພື່ອພັດທະນາແຫຼ່ງທ່ອງ ທ່ຽວ ໃຫ້ເປັນຕົວແບບ ແລະການພັດທະນາຢ່າງມີຈຸດສູມ, ພິເສດໃນປີ 2022 ນີ້ ແຫຼ່ງທ່ອງທ່ຽວນ້ຳຕົກຕາດກວາງຊີ ໄດ້ຮັບການຮັບ ຮອງໃຫ້ເປັນແຫຼ່ງທ່ອງທ່ຽວ ທີ່ຍືນຍົງຂອງອາຊຽນ. ໃນແຕ່ລະປີ ມີນັກທ່ອງທ່ຽວພາຍໃນ ແລະຕ່າງ ປະເທດ ເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມລຸດລົງ ໂດຍສະເພາະນັກທ່ອງ ທ່ຽວຕ່າງປະເທດ, ແຕ່ປັດຈຸບັນອົງການປົກຄອງແຂວງ ກໍຄືຄະ ນະຮັບຜິດຊອບຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ກະກຽມຄວາມພ້ອມ ເພື່ອອຳນວຍຄວາມສະດວກ ໃນການຕ້ອນຮັບນັກທ່ອງທ່ຽວ, ພາຍຫຼັງລັດຖະບານ ມີການຜ່ອນຜັນ ແລະເປີດການທ່ອງທ່ຽວ ເຫັນວ່າ ນັກທ່ອງທ່ຽວ ເດີນທາງມາທ່ອງທ່ຽວນ້ຳຕົກ ຕາດກວາງຊີ ຫຼາຍຂື້ນ ໂດຍສະ ເພາະ ວັນເສົາ ແລະອາທິດ, ຕອນທ້າຍທ່ານປະທານສະພາແຫ່ງ ຊາດ ໄດ້ເນັ້ນໃຫ້ຄະນະຮັບ ຜິດ ຊອບ ຄົ້ນຄວ້າການຈັດການວາງສະແດງວັດທະນະທໍາຂອງບັນດາເຜົ່າ, ການຄຸ້ມຄອງ ແລະເສີມຂະຫຍາຍຕົ້ນໄມ້-ປ່າໄມ້, ຄຽງຄູ່ກັບການອານຸລັກຊີວະນາໆພັນ ເພື່ອໃຫ້ສັດປ່ານາໆຊະນິດມີຄວາມອຸດົມສົມບູນ. ໃນວັນດຽວກັນນີ້ ທ່ານ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ໄປທ່ຽວຊົມ ແຫຼ່ງທ່ອງທ່ຽວນ້ຳຕົກຕາດຮ້ອຍຄົວ ເຊີ່ງຕັ້ງຢູ່ເມືອງຈອມເພັດ ຕື່ມອີກ.
ຂ່າວ: ເພັດສາຄອນ ສິມມະວົງ


