ໂດຍຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ໃນວັນຈັນ 6 ທັນວາ 2021, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາ ແຫ່ງ ຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນ ລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງດ້ວຍຖ້ຽວບິນພິເສດ ເພື່ອຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ຫໍສະພາແຫ່ງຊາດບ່າດິງ ໂດຍການ ຕ້ອນຮັບຈາກ ສະຫາຍ ເວືອງ ດິງ ເຫວະ ພ້ອມດ້ວຍພັນລະຍາ ແລະ ຄະນະ ຫຼັງຈາກນັ້ນ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ສອງປະທານສະພາແຫ່ງຊາດ ຊຶ່ງຝ່າຍລາວນຳໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ພ້ອມຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ສະ ຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ, ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາຄືນການ ພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິ ບັນ ຍັດຂອງສອງປະເທດໃນໄລຍະຜ່ານມາ ແລະ ພ້ອມ ກັນປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນການປັບປຸງບົດບັນທຶກການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຊຶ່ງຈະໝົດອາຍຸໃນປີ 2022, ການສ້າງກິດຈະກໍາສະເຫຼີມສະຫຼອງສອງວັນ ປະຫວັດສາດ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022, ການແລກປ່ຽນບົດຮຽນ ໃນການຄຸ້ມຄອງບໍລິຫານ ແລະ ການປົກປັກຮັກສາອາຄານຫໍສະພາແຫ່ງຊາດ, ການປະເມີນຜົນການ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ບຸກ ຄະລາກອນ ທີ່ສະພາແຫ່ງຊາດຮັບຮອງເອົາການແຕ່ງຕັ້ງ, ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງ ປະຊາຊົນ, ການຍົກ ເວັ້ນການປະຕິບັດບາງມາດຕາຂອງກົດ ໝາຍ ໃນໂຄງການພັດທະນາເສດ ຖະກິດ-ສັງຄົມ, ການລົງທຶນພາຍໃນ ແລະ ຕ່າງປະເທດ; ການແລກປ່ຽນບົດຮຽນກ່ຽວກັບການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງຂອງອົງຄະນະພັກ ສະພາແຫ່ງຊາດ; ປຶກສາຫາລືກ່ຽວກັບການສ້າງແຜນການຊຸກຍູ້ ແລະ ລົງຕິດຕາມກວດກາຮ່ວມກັນ ໃນຫົວຂໍ້ໃດໜຶ່ງທີ່ສອງຝ່າຍມີຄວາມສົນ ໃຈ. ພ້ອມນີ້, ສືບຕໍ່ປຶກ ສາຫາລືກ່ຽວກັບການຍ້ອງຍໍບຸກຄົນ ແລະ ກົມກອງ ຂອງຝ່າຍຫວຽດນາມ ທີ່ມີຜົນງານດີເດັ່ນໃນການ ປຸກສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່.
ພາຍຫຼັງການພົບປະສອງຝ່າຍ, ສະຫາຍປະທານສະພາແຫ່ງຊາດ ຍັງໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ສອງສະພາແຫ່ງຊາດ ກ່ຽວກັບ ການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ, ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍເຂົ້າໃນ ການຜັນຂະຫຍາຍບັນດາໂຄງ ການພັດທະນາເສດຖະກິດ-ສັງຄົມ, ໂຄງ ການລົງທຶນພາຍໃນ ແລະ ຕ່າງປະເທດ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍປະທານສະພາແຫ່ງຊາດ ພ້ອມດ້ວຍຄະ ນະໄດ້ເຂົ້າ ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງ ສູນກາງພັກ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືທິດທາງໃນການພົວພັນ ຮ່ວມມື ລະຫວ່າງ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ ກໍຄືລາຍງານໃຫ້ຊາບກ່ຽວກັບຜົນຂອງ ການພົບປະສອງຝ່າຍ ລະຫວ່າງ ສອງປະທານຂອງອົງການນິຕິບັນຍັດ.
ໃນຕອນຄໍ່າ, ສະຫາຍປະທານສະພາແຫ່ງຊາດລາວ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍປະ ທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ຂອງສະພາແຫ່ງຊາດຫວຽດ ນາມ ແລະ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.
