ວັນທີ່ 6 ກຸມພາ 2022 ນີ້ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະ ນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ເມືອງໂພນໄຊແຂວງຫຼວງພະບາງ ໂດຍມີການນຳຂອງເມືອງ ແລະປະຊາຊົນຈຳນວນໜື່ງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ,
ໂອກາດນີ້ ທ່ານໄດ້ພົບປະໂອ້ລົມການນຳຫຼັກແຫຼ່ງຂອງເມືອງ. ກ່ອນອື່ນ ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ໄດ້ລາຍງານສະພາບຂອງເມືອງໂດຍຫຍໍ້ ເປັນຕົ້ນສະ ພາບການພັດ ທະນາເສດຖະກິດ, ການພັດທະ ນາພື້ນຖານໂຄງລ່າງ ແລະການປະຕິບັດ 2 ວາລະແຫ່ງຊາດຢູ່ພາຍໃນເມືອງ, ພ້ອມນີ້ ທ່ານໄດ້ມີຄຳສະເໜີໃຫ້ທ່ານປະທານສະ ພາແຫ່ງຊາດ ຊ່ວຍຊຸກຍູ້ການພັດ ທະນາເມືອງໂພນໄຊ ໃຫ້ກາຍ ເປັນ ເມືອງພົ້ນທຸກ ແລະພັດທະ ນາດີຂື້ນ ເປັນຕົ້ນ ສະເໜີໃຫ້ລັດ ຖະບານ ຊ່ວຍພິຈາລະນາອານຸມັດງົບປະມານກໍ່ສ້າງເສັ້ນທາງປູຢາງ ແຕ່ເທດສະບານເມືອງຫາເມືອງພູກູດ ແຂວງຊຽງຂວາງເພື່ອໃຫ້ເມືອງໂພນໄຊມີເສັ້ນເຊື່ອມຕໍ່ລະ ຫວ່າງເມືອງຕໍ່ເມືອງ ແລະແຂວງຕໍ່ແຂວງ ເຊິ່ງເປັນເງື່ອນໄຂໜຶ່ງໃນການພັດທະນາເສດຖະກິດ ແລະແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນ, ສະເໜີຂໍທຶນເພື່ອກໍ່ສ້າງໂຮງໝໍຊຸມຊົນທີ່ຢູ່ເທດສະບານເມືອງ, ທຶນກໍ່ສ້າງສະໂມສອນຂອງເມືອງ ແລະຊ່ວຍພິຈາລະນາ ປະກອບໂຄຕາລັດຖະກອນໃໝ່ ໃຫ້ຂົງເຂດສຶກສາ ແລະສາທາລະນະສຸກ. ຈາກນັ້ນ ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນເນັ້ນໃຫ້ອົງການປົກຄອງເມືອງ ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະ ດວກ ເພື່ອເຮັດໃຫ້ປະຊາຊົນໄດ້ສຸມໃສ່ການຜະລິດ ອັນເປັນທ່າແຮງໃນການພັດທະນາຄອບຄົວ ກໍ່ຄືພັດທະນາເມືອງໂພນໄຊ ໃຫ້ກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກໃນອາຄົດ.
ພາຍຫຼັງສຳເລັດການພົບປະໂອ້ ລົມ ການນຳຫຼັກແຫຼ່ງຂອງເມືອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເປັນສັກພິຍານໃນການມອບເຄື່ອງນຸ່ງຮົ່ມໃຫ້ກັບປະ ຊາຊົນບ້ານຜາຕູບໃຕ້ ແລະຜາຕູບເໜືອ ເມືອງໂພນໄຊ ແລະມອບອຸປະກອນປ້ອງກັນພະຍາດໂຄວິດ ໃຫ້ອົງການປົກຄອງເມືອງ ໂດຍແມ່ນຕາງໜ້າຄະນະນຳສະພາແຫ່ງຊາດ ເປັນຜູ້ມອບ ແລະຮັບໂດຍທ່ານເຈົ້າເມືອງໂພນໄຊ ຕາງ ໜ້າອົງການປົກຄອງເມືອງ, ຈາກນັ້ນ ໄດ້ໄປຢ້ຽມຢາມໂຮງໝໍຊຸມ ຊົນຂອງເມືອງ ໂດຍໄດ້ຊີ້ນຳໃຫ້ຄະນະນຳ ແລະພະນັກງານແພດ ສຸມໃສ່ຄົ້ນຄວ້າກ່ຽວກັບຄວາມຈຳເປັນອັນຮີບດ່ວນໃນການນຳໃຊ້ອຸປະກອນການແພດຂອງໂຮງ ໝໍ ແລ້ວສະເໜີໃຫ້ອົງການປົກ ຄອງແຂວງ ແລະສູນກາງ ເພື່ອວາງແຜນການຈັດຊື້ ແລະສະ ໜອງເຂົ້າໃນການບໍລິການໃນຕໍ່ໜ້າ.
Loading...