ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນຳໂດຍ ທ່ານ ໄຊສົມພອນ ພົມວິ ຫານ, ປະທານສະພາແຫ່ງຊາດ, ໄດ້ເຂົ້າຮ່ວມກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11, ຊຶ່ງໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2021, ທີ່ ຣາຊະອານາຈັກ ກຳປູເຈຍ ເປັນເຈົ້າພາບໃນຮູບແບບກອງປະຊຸມທາງໄກ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ການເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນຍຸກ ໂຄວິດ-19 ແລະ ໃນໄລຍະຕໍ່ໄປ ໂດຍການເປັນປະທານຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຊຶ່ງມີຄະນະຜູ້ແທນຈາກລັດຖະສະພາສະມາຊິກ ASEP ຈໍານວນ 166 ທ່ານ ທີ່ມາຈາກ 30 ປະເທດ ໃນພາກພື້ນອາຊີ-ເອີຣົບ. ນອກຈາກນັ້ນ, ກໍ່ຍັງມີຄະນະຜູ້ແທນຈາກລັດຖະສະພາເອີຣົບ, ກອງເລຂາອາຊຽນ ແລະ ແຂກຖືກເຊີນຈາກປະເທດເຈົ້າພາບເຂົ້າຮ່ວມຈຳນວນໜຶ່ງ.
ໃນກອງປະຊຸມດັ່ງກ່າວ, ຄະນະຜູ້ແທນລັດຖະສະພາຈາກ 02 ພາກພື້ນ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລືບັນຫາສຳຄັນຕ່າງໆ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະແມ່ນບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ; ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ; ການສົ່ງເສີມການຟື້ນໂຕສີຂຽວ ແລະ ການແກ້ໄຂບັນຫານໍ້າ-ພະລັງງານ, ຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ ຕາມພາລະບົດບາດຂອງອົງການນິຕິບັນຍັດ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສໃນວາລະທີໜຶ່ງ ຂອງກອງປະຊຸມຄົບຄະນະ ໂດຍທ່ານໄດ້ສະແດງການສະໜັບສະໜູນຕໍ່ຫົວຂໍ້ຂອງກອງປະຊຸມ, ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງ ASEP ໃນການປະກອບສ່ວນແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ສົ່ງຜົນກະທົບອັນໜັກໜ່ວງຕໍ່ການພັດທະ ນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຄົມໂລກ. ນອກນັ້ນ, ທ່ານຍັງໄດ້ເນັ້ນໜັກວ່າ: ສັນຕິພາບ, ຄວາມໜັ້ນຄົງ ແລະ ການພັດທະນາແບບຍືນຍົງ ແມ່ນມີການພົວພັນເຊິ່ງກັນ ແລະ ກັນ ບໍ່ສາມາດຕັດແຍກອອກຈາກກັນໄດ້, ສັນຕິພາບ ແລະ ຄວາມໝັ້ນຄົງ ເປັນປັດໃຈພື້ນຖານຂອງການພັດທະນາແບບຍືນຍົງຢູ່ທຸກປະເທດ, ຊຶ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ ໂດຍໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກໍ່ຄືຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030 ຕາມທິດສີຂຽວ ແລະ ຍືນຍົງ ເພື່ອນໍາພາປະເທດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້າ. ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາລັດຖະສະພາສະມາຊິກ ASEP ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບມືກັບພະຍາດ ໂຄວິດ-19, ພ້ອມກັນຟື້ນຟູເສດຖະກິດ ໃຫ້ມີຄວາມຍືນຍົງ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ດີກິນດີຂອງປະຊາຊົນ.
ພ້ອມດຽວກັນນັ້ນ, ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ພາຍໃຕ້ຫົວຂໍ້ຕ່າງໆ ເຊັ່ນ: ການຮ່ວມມືຂອງລັດຖະ ສະພາ ເພື່ອສັນຕິພາບ, ຄວາມໜັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ; ການພຶ້ນຟູເສດຖະກິດໂລກໃນຍຸກ ໂຄວິດ-19 ແລະ ໃນໄລຍະຕໍ່ໄປ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫານໍ້າ- ພະລັງງານ ຄວາມໜັ້ນຄົງທາງດ້ານສະບຽງອາຫານ ພາຍໃຕ້ການປ່ຽນແປງດິນຟ້າອາກາດ ໂດຍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນທັດສະນະ ຕາມແຕ່ລະຫົວຂໍ້ຂອງກອງປະຊຸມ ຢ່າງສ້າງສັນ ແລະ ກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນ ຂອງລັດຖະສະພາສະມາຊິກ ASEP ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11 ຢ່າງເປັນເອກະສັນ ຊຶ່ງຖະແຫຼ່ງການດັ່ງກ່າວ ໄດ້ຢໍ້າຄືນຄວາມສໍາຄັນຂອງການທູດລັດຖະສະພາ ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ, ພ້ອມທັງເຫັນດີເປັນເອກະພາບກັນນຳເອົາເນື້ອໃນຂອງຖະແຫຼງການຮ່ວມຂອງກອງປະຊຸມຄັ້ງນີ້ ສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊີ-ເອີຣົບ (ASEM) ຄັ້ງທີ 13 ທີ່ຈະຈັດຂຶ້ນຢູ່ ຣາຊະອານາຈັກ ກໍາປູເຈຍ, ໃນລະຫວ່າງວັນທີ 25-26 ພະຈິກ 2021 ທີ່ຈະມາເຖິງນີ້.
Loading...