ວັນທີ່ 7 ກຸມພາ 2022 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຫຼວງພະບາງ ໂດຍມີການນຳຂອງແຂວງ, ຜູ້ຕາງໜ້າພະແນກການ-ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ. ໂອກາດນີ້ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສັງເຂບວ່າ: ໃນປີ 2021 ແຂວງຫຼວງພະບາງ ໄດ້ປະສົບບັນຫາສີ່ງທ້າທາຍຫຼາຍດ້ານ ເປັນຕົ້ນ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ, ການລະບາດຂອງພະຍາດໂຄວິດ 19 ແລະອື່ນໆ, ແຕ່ອົງການປົກຄອງແຂວງ ໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໄປຕາມທິດທາງທີ່ຕັ້ງໄວ້ ເຮັດໃຫ້ຈັ່ງຫວະການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມແຂວງຫຼວງພະບາງ ຢູ່ໃນລະດັບ 3,6%, ຫຼຸດຄາດໝາຍຂອງມະຕິສະພາຮັບຮອງ 0,9%, ໄດ້ຟື້ນຟູການທ່ອງທ່ຽວ ໃນສະພາບການລະບາດຂອງພະຍາດໂຄວິດ-19, ໂດຍໄດ້ຮັບການອານຸມັດຈາກລັດຖະບານ ໃຫ້ດຳເນີນໂຄງການສຶກສາ-ສຳຫຼວດ ຄວາມເປັນໄປໄດ້ເພື່ອພັດທະນາພື້ນຖານໂຄງລ່າງ ຮັບໃຊ້ວຽກງານທ່ອງທ່ຽວ ແລະກະສິກຳ ຫຼາຍໂຄງການ, ຄຽງຄູ່ກັນນີ້ ອົງການປົກຄອງແຂວງ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງີນ ແລະວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ອັນໄດ້ເຮັດໃຫ້ວຽກງານແຕ່ລະດ້ານມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ອົງການປົກຄອງແຂວງ ສືບຕໍ່ເອົາໃຈໃສ່ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນ ທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ສອດຄ່ອງກັບທ່າແຮງຂອງທ້ອງຖີ່ນ ຄຽງຄູ່ກັບການຝື້ນຝູການທ່ອງທ່ຽວ ທີ່ຫຼວງພະບາງເຄີຍມີມູນເຊື້ອໃຫ້ນັບມື້ດີຂື້ນ ທັງສ້າງລາຍຮັບ, ສ້າງວຽກເຮັດງານທຳທີ່ໝັ້ນທ່ຽງໃຫ້ກັບປະຊາຊົນບັນດາເຜົ່າ ໃຫ້ກວ້າງຂວາງ.
ຕອນທ້າຍ ທ່ານປະທານສະພາແຫ່ງຊາດ ແລະທ່ານເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ ແລະສະພາແຫ່ງຊາດ ໄດ້ຮ່ວມເປັນສັກຂີພິຍານໃນການມອບ ເຄື່ອງຊ່ວຍຫາຍໃຈ 1 ຊຸດ, ຊຸດປ້ອງກັນພະຍາດໂຄວິດ 19 ຫຼື ຊຸດ PPE 5 ແກັດ, ຜ້າຫົ່ມ 180 ຜືນ, ຜ້າອັດປາກ-ດັງ 3 ແກັດ ແລະເຄື່ອງອຸປະໂພກອີກຈຳນວນໜື່ງ ໃຫ້ກັບຄະນະສະເພາະກິດແຂວງຫຼວງພະບາງ ນຳໃຊ້ເຂົ້າໃນວຽກງານ ປ້ອງກັນ ແລະສະກັດກັ້ນ ການລະບາດຂອງພະຍາດໂຄວິດ 19, ຕາງໜ້າມອບໂດຍ ທ່ານ ນາງ ວັນດີ ບຸດທະສາວົງ ຮອງປະທານກຳມາທິການວຽກງານຕ່າງປະເທດ ສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ່ 6 ແຂວງຫຼວງພະບາງ ແລະຮັບໂດຍ ທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ຮອງຫົວໜ້າຄະນະສະເພາະກິດຂັ້ນແຂວງ.
ຂ່າວ: ອຸ່ນເຮືອນ ສີລັດຕະນະ

