ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 20 ເມສາ 2022 ທີ່ສໍານັກງານສະມາຄົມນັກຂ່າວແຫ່ງ ສປປ ລາວ (ສຂລ); ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານທູດ ອີນາ ມາຈູລີໂອນີແຕ (Ina Marciulionyte) ເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) ປະຈຳ ສປປ ລາວ ແລະ ທ່ານ ນາງ ຟັງເຊັດກາ ອາລາໂຕ້ (Francesca ARATO).
ການພົບປະກັນລະຫວ່າງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວໃນຄັ້ງນີ້ ຈຸດປະສົງຫຼັກໆ ກໍ່ເພື່ອແຈ້ງຂົງເຂດການຮ່ວມມືໃນອານາຄົດໃນກອບໂຄງການໃໝ່ ທີ່ທາງທູດສະ ຫະພາບ ເອີຣົບ ປະຈຳ ສປປ ລາວ ເປີດໃຫ້ສະໝັກ ໂດຍຈະເນັ້ນໃສ່ການສ້າງຄວາມສາມາດໃຫ້ແກ່ນັກຂ່າວຂອງ ລາວ ໃນຕໍ່ໜ້າ.
ໃນໄລຍະຜ່ານມາ, ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ມີບັນຍາກາດທີ່ດີ ແລະ ໄດ້ຮັບຜົນປະໂຫຍດໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດການສຶກສາ, ສາທາລະນະສຸກ, ກະສິກໍາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງລາວ, ພ້ອມນັ້ນ ໄດ້ມີການຮ່ວມມືເປັນຢ່າງດີ ໃນດ້ານວຽກງານຖະແຫຼງຂ່າວ.
# ຂ່າວ: ສະມາຄົມນັກຂ່າວແຫ່ງ ສປປ ລາວ
May be an image of 7 people, people sitting and people standing