ມື້ນີ້, ວັນທີ 13 ກໍລະກົດ 2022, ພໍດີ ຄົບຮອບ 113 ປີ ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ; ຕະຫລອດຊີວິດຂອງເພິ່ນໄດ້ອຸທິດໃຫ້ແກ່ການປະຕິວັດຕໍ່ສູ້ປົດປ່ອຍຊາດ ຍາດ ເອົາເອກະລາດມາໃຫ້ແກ່ປວງຊົນລາວ ຈາກການເປັນຂ້ອຍຂ້າມ້າໃຊ້ຂອງຈັກກະພັດລ່າເມືອງຂຶ້ນ.
ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າທ່ານປະທານ ສຸພານຸວົງ ກໍາເນີດໃນຄອບຄົວເຊື້ອເຈົ້າ ທີ່ມີຄວາມພ້ອມພຽງທາງດ້ານ ຕ່າງໆໃນການດໍາລົງຊີວິດ, ແຕ່ເພິ່ນໄດ້ເສຍສະຫລະມາເປັນສາມັນຊົນ, ນໍາພາຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນທັງເກົ່າແລະ ໃໝ່ ເພື່ອກອບກູ້ເອກະລາດຂອງຊາດ. ໃນຊີວິດເຍົາໄວ ເພິ່ນກໍ່ເປັນຄົນດຸໝັ່ນຂະຫຍັນຮໍ່າຮຽນ ແລະ ມີພອນສະຫວັນຫລາຍດ້ານ. ເມື່ອໄດ້ອອກໄປສຶກສາຕໍ່ຢູ່ຕ່າງປະເທດ, ປະທານ ສຸພານຸວົງ ໄດ້ສຸມທຸກສະຕິປັນຍາເພື່ອຄົ້ນຄວ້າຮໍ່າຮຽນ, ທັງຮຽນເກັ່ງ ແລະ ດຸໝັ່ນໃນການເຝິກຫັດຕົວຈິງ ໄດ້ໄປຫລາຍປະ ເທດ. ຍ້ອນແນວນັ້ນ ເພິ່ນຈຶ່ງສາມາດຮູ້ຫລາຍພາສາ; ພາຍຫລັງສຳເລັດການ ສຶກສາກັບມາປະຕິບັດໜ້າທີ່ວຽກງານຢູ່ລາວ, ເພິ່ນແມ່ນວິສະວະກອນດ້ານຂົວທາງຄົນທໍາອິດເຮັດວຽກກັບພວກຝຣັ່ງ ແລະ ໄດ້ສຳເລັດ ການກໍ່ສ້າງຂົວ-ທາງ ຫລາຍແຫ່ງຢູ່ອິນດູຈີນ. ສະເພາະຢູ່ລາວ ກໍ່ແມ່ນຂົວຂ້າມນໍ້າເຊບັງຫຽງ ຢູ່ແຂວງສະຫວັນນະ ເຂດ. ໃນເວລາຮັບໜ້າທີ່ວຽກງານຢູ່ຫວຽດນາມ, ກໍາປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງ ອັນເປັນທີ່ຍອມຮັບ ໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາ ມາດ ແລະ ເຮັດທໍາຈິງ. ສິ່ງສຳຄັນທີ່ສຸດແມ່ນເພິ່ນ ໄດ້ສຳພັດຮູ້, ເຫັນພຶດ ຕິກໍາ ຕົວຈິງ ແລະ ການກະທຳຂອງພວກຈັກ ກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບໂດຍ ກົງຕໍ່ສະພາບແນວຄິດຈິດໃຈຂອງເພິ່ນ ແລະ ຈໍາເປັນຕ້ອງເລືອກເອົາເສັ້ນ ທາງເດີນແຫ່ງຊີວິດຄື ການກ້າວສູ່ເສັ້ນ ທາງແຫ່ງການ ຕໍ່ສູ້ ເພື່ອກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດ, ນໍາເອົາອິດສະຫລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວ ບັນດາເຜົ່າ. ໃນຂະບວນການຕໍ່ສູ້ ເພື່ອກອບກູ້ເອກະລາດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ນັບຕັ້ງແຕ່ປີ 1945 ຈົນ ຮອດມື້ປົດປ່ອຍປະເທດຊາດ, ສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975; ພາຍໃຕ້ການນໍາພາຂອງພັກ, ປະທານ ສຸພານຸວົງ ພ້ອມກັບຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ແລະ ປວງຊົນລາວບັນດາເຜົ່າ ຕໍ່ສູ້ຢ່າງບໍ່ຮູ້ອິດເມື່ອຍ ແລະ ເຕັມໄປດ້ວຍຄວາມເສຍສະຫລະອັນສູງສົ່ງທີ່ສຸດ ຜ່ານໄລຍະປະ ຫວັດ ສາດອັນລະອິດລະອ້ຽວທີ່ສຸດ, ເປັນການຕໍ່ສູ້ເອົາເປັນເອົາຕາຍ ລະຫວ່າງກຳລັງຮັກຊາດຂອງພວກເຮົາກັບພວກລ່າເມືອງຂຶ້ນ ແລະ ລູກແຫລ້ງຕີນມືຂອງພວກເຂົາ.
ວັນທີ 1-2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ເປັນເອກະສັນກັນ ແຕ່ງຕັ້ງທ່ານ ປະທານ ສຸພານຸວົງ ເປັນປະທານປະເທດຄົນທຳ ອິດ ຂອງ ສປປ ລາວ ແລະ ເປັນປະທານ ສະພາປະຊາຊົນສູງສຸດ. ນັບແຕ່ປີ 1975- 1995, ທ່ານ ປະທານ ສຸພານຸວົງ ໄດ້ນຳພາປະຊາຊົນຜ່ານຜ່າອຸປະສັກຕ່າງໆ ໃນໄລ ຍະ ຂ້າມຜ່ານ, ນຳພາປະຊາຊົນ ດຳເນີນພາລະກິດປ່ຽນແປງໃໝ່ ແລະ ນຳພາປະຊາຊົນສ້າງສາພັດ ທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.
ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເພື່ອຊີ້ນຳ-ນຳພາຂະບວນ ການປະຕິວັດ ລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: “ຊື່ສຽງ ຮຽງນາມ ຂອງສະຫາຍ ໄດ້ພົ້ນເດັ່ນ ຂຶ້ນໃນຖານະທີ່ເປັນນັກຮົບຮັກຊາດຮຸ້ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫລອດ ມາໂດຍບໍ່ງໍ້ງ່ຽງຕໍ່ຄວາມລຳບາກ, ຄວາມເສຍສະຫລະໃດໆ ກະທັງ ເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍ່ຕໍ່ສູ້ ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫລະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ…”.
ປະທານສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າ ຍືນຍົງໃນດວງໃຈຂອງພວກເຮົາຕະຫລອດກາລະນານ!



0
People reached
16
Engagements
Boost post
15
1 Share
Like
Comment
Share