ໃນວັນທີ 27 ເມສາ 2023 ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູ ນກາງສະຫະພັນກໍາມະບານລາວ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ຊີ້ນໍາ ວຽກງານຢູ່ ບໍລິສັດ ຊິໂນ – ອາກຣີ ໂປຕາສ ຈຳກັດ ທີ່ບ້ານດົງໃຕ້ ເມືອງທ່າແຂກ ໂດຍມີ ທ່ານ ໂຕເຊິນ ອຸທັດສີ ປະທານສະຫະພັນກໍາມະບານແຂວງ ຄໍາມ່ວນ ພ້ອມດ້ວຍຄະນະ ຮ່ວມຕິດຕາມ.
ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ ນຈາກ ທ່ານ ຈູ່ຊຽງລີ້ ຮອງຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ໂອກາດນີ້ ທ່ານປະທານສູນກາງສະຫະພັນກໍ າມະບານລາວໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບໂດຍລວມຂອງ ບໍລິ ສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍສະເພາະຄວາມເປັນມາ, ການຈັດຕັ້ງປະຕິບັດວຽກງານ ແລະ ແຜນພັດທະນາການດຳເນີນທຸລະກິດໃນຕໍ່ ໜ້າ, ການກໍ່ສ້າງນິຄົມອຸດສາຫະກຳໝູ ນວຽນອັດສະລິຍະ, ຄວາມຄືບໜ້າໂຄງການຝຸ່ນໂປຕາສ ລວມເຖິງການມອບພັນທະຕ່າງໆ ໃຫ້ລັດຖະບານ, ການປະກອບສ່ວນທາງສັງຄົມ, ການຊຸກຍູ້ສ້າງວຽກເຮັດງານທໍາແກ່ ທ້ອງຖິ່ນ ແລະ ອື່ນໆ ເຊິ່ງບໍລິສັດດັ່ງກ່າວໄດ້ດໍາເນີ ນທຸລະກິດຢູ່ລາວເປັນເວລາ 14 ປີ ເປັນບໍລິສັດໜຶ່ງທີ່ມີການລົງທຶ ນຂະໜາດໃຫຍ່ດ້ານການຂຸດຄົ້ນແຮ່ ໂປຕາສຢູ່ປະເທດລາວ. ໃນປີ 2022 ໄດ້ສຳເລັດການກໍ່ສ້າງໂຄງການຝຸ່ ນໂປຕາສ ຂະໜາດ 1 ລ້ານໂຕນຕໍ່ປີ ແຫ່ງທີ 2 ແລະ ໄດ້ເປີດທົດລອງຜະລິດໃນວັນທີ 1 ມັງກອນ 2023 ເຊິ່ງກາຍເປັນໂຄງການເກືອໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊຽນໃນປັດຈຸບັ ນ. ປະຈຸບັນມີພະນັກງານທັງໝົດ 4.061 ຄົນ, ພະນັກງານຄົນລາວກວມ 60% ໃນນັ້ນພະນັກງານທີ່ເປັນຄົນແຂວງ ຄໍາມ່ວນກວມເອົາແຮງງານລາວ 77%. ພ້ອມນີ້ ທາງສູນກາງສະຫະພັນກໍາມະບານລາວ ຍັງໄດ້ມີຄໍາຖາມແລກປ່ຽນມາຍັງບໍລິ ສັດ : ການສ້າງຕັ້ງການຈັດຕັ້ງກໍ າມະບານຢູ່ບໍລິສັດ, ດ້ານສະຫວັດດີການໃນການຄຸ້ມຄອງ, ຄ່າຕອບແທນດ້ານຕ່າງໆ ຂອງແຮງງານລາວ, ການຊຸກຍູ້ຊ່ວຍເຫລືອກໍ າມະກອນໃນການເຮັດວຽກ ແລະ ການຄຸ້ມຄອງທາງດ້ານສິ່ງແວດ ລ້ອມຂອງບໍລິສັດ.
ໂອກາດນີ້ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ຍັງໄດ້ ມີຄຳເຫັນເນັ້ນໃຫ້ບໍລິສັດຈົ່ງໄດ້ ສືບຕໍ່ໃນການຄຸ້ມຄອງແຮງງານລາວ ເອົາໃຈໃສ່ ສຶກສາອົບຮົມຊ່ວຍໃຫ້ເຂົາເຈົ້າໄດ້ ຮຽນຮູ້, ຝຶກອົບຮົມຍົກລະດັບດ້ານເຕັກນິກ, ດ້ານວິຊາສະເພາະຕ່າງໆ ໃຫ້ແກ່ກໍາມະກອນລາວໃຫ້ມີຄຸ ນນະພາບ, ສ້າງເງື່ອນໄຂເຮັດແນວໃດໃຫ້ກໍ າມະກອນຮັກອາຊີບຂອງຕົນ ແລະ ການປະຕິບັດນະໂຍບາຍດ້ານອື່ນໆ, ສືບຕໍ່ສົມທົບຂະແໜງການກ່ຽວຂ້ອງສ້ າງຕັ້ງໜ່ວຍກໍາມະບານລາວ ພາຍໃນບໍລິສັດ ເພື່ອເກັບກໍາຂຶ້ນທະບຽນກໍ າມະກອນຂອງຕົນ ທັງນີ້ກໍ່ເພື່ອແນໃສ່ໃນການຄຸ້ ມຄອງແຮງງານລາວໃຫ້ເປັນລະບົບຖຶກຕ້ ອງຕາມລະບຽບກົດໝາຍ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານກໍ າມະບານໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍ າມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ. ຈາກນັ້ນຄະນະ ດັ່ງກ່າວຍັງໄດ້ຢ້ຽມຊົມຜະລິດຕະພັ ນຝຸ່ນໂປຕາສ ແລະ ເລາະເບິ່ງຄວາມຄືບໜ້າໂຄງການຕົ ວເມືອງນ້ອຍ ອັດສະລິຍະ ຂອງເຂດ(ເມືອງ)ພາຍໃນນິຄົມອຸ ດສາຫະກຳ ອີກດ້ວຍ.