
ໃນວັນທີ 21 ກັນຍາ 2022, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫົງສາ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີການນໍາຂອງແຂວງ, ການນໍາທຸກພາກສ່ວນຂອງເມືອງ ຫົງສາໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ກ່ອນອື່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ຂຶ້ນກ່າວສະແດງຄວາມຕ້ອນຮັບ ການມາຢ້ຽມຢາມຂອງ ປະທານສູນກາງແນວລາວສ້າງຊາດ, ຈາກນັ້ນຕາງ ໜ້າໃຫ້ອົງການຈັດຕັ້ງແມ່ຍິງແຂວງ, ແນວລາວສ້າງຊາດແຂວງຂຶ້ນລາຍງານວຽກ ງານຂອງແຕ່ລະອົງການໂດຍສັງເຂບ, ເຊິ່ງທົ່ວແຂວງມີແມ່ຍິງທັງໝົດ 206,515 ຄົນ, ມີສະມາຊິກສະຫະພັນແມ່ຍິງ 54,507 ຄົນ, ມີຮາກຖານສະຫະພັນແມ່ຍິງທັງໝົດ 237 ຮາກຖານ ໃນນີ້, ຮາກຖານອ້ອມຂ້າງແຂວງ 12 ຮາກຖານ, ຮາກຖານອ້ອມຂ້າງເມືອງ 58 ຮາກຖານ, 167 ຮາກຖານບ້ານ; ໜ່ວຍສະຫະພັນແມ່ຍິງທັງໝົດ 631 ໜ່ວຍ, ໜ່ວຍອ້ອມຂ້າງແຂວງ 23 ໜ່ວຍ, ໜ່ວຍອ້ອມຂ້າງເມືອງ 347 ໜ່ວຍ, ບ້ານ 261 ໜ່ວຍ ແລະ 1 ພະ ແນກສະຫະພັນແມ່ຍິງກອງບັນຊາການທະຫານແຂວງ, ຜ່ານມາແມ່ຍິງແມ່ນໄດ້ຈັດຕັ້ງປະຕິບັດ, ຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ, ການສ້າງຄອບຄົວ ບ້ານແມ່ຍິງ 3 ດີຕິດພັນກັບການສ້າງບ້ານພັດທະ ນາຕາມທິດ 3 ສ້າງ ຄຽງຄູ່ກັບການປະຕິ ບັດ 2 ວາລະແຫ່ງຊາດຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ມີຄວາມຮັບຮູ້, ເຂົ້າໃຈ ໄດ້ມີຄວາມຕັດສິນໃຈສູງຕໍ່ການພັດທະນາແມ່ຍິງ ໃນການນໍາພາຄຸ້ມຄອງ ແລະ ຕັດສິນບັນຫາຂັ້ນຕ່າງໆ ເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ, ສ່ວນວຽກງານຂອງອົງການແນວລາວສ້າງຊາດແຂວງ ໄຊຍະບູລີ ຜ່ານມາແມ່ນໄດ້ຍົກສູງບົດບາດການນໍາພາ ຂອງຄະນະກໍາມະການ ແນວລາວສ້າງຊາດແຕ່ລະຂັ້ນ, ຜູ້ຊົງຄຸນວຸດທິໃຫ້ສາມາດເປັນແບບຢ່າງ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງ ແລະ ຊຸກຍູ້ໃຫ້ຄະນະທີ່ປືກສາວຽກງານແນວລາວສ້າງຊາດ, ເຄື່ອນໄຫວລົງໂຄສະນາ ເຜີຍແຜ່ວຽກງານຢູ່ຮາກຖານ, ເອົາໃຈໃສ່ປັບປຸງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໄດ້ຈັດພິທີຮັບຮອງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໄດ້ 2 ເມືອງ, ປັດຈຸບັນໄດ້ 8 ເມືອງ ຍັງ 3 ເມືອງຄື: ເມືອງໄຊສະຖານ, ຊຽງຮ່ອນ ແລະ ເມືອງຄອບ, ໄດ້ເຂົ້າຮ່ວມງານບຸນປະເພນີຕ່າງໆ ຂອງບັນດາ ເຜົ່າ, ຊຸກຍູ້ຕິດຕາມການເຄື່ອນໄຫວ ຂອງສາສະໜາເຢຊູຄຼິສ,ໂຄສະນາຊຸກຍູ້ເຂົາເຈົ້າໃຫ້ກຳໄດ້ຫຼັກທຳຄຳສອນ, ກຳໄດ້ທຳມະນູນຂອງສາສະໜາຕົນ ແລະ ຮຽກຮ້ອງໃຫ້ມີການເຄື່ອນໄຫວ ຖືກຕ້ອງຕາມລະບຽບກົດໝາຍ, ອອກແຮງເສີມຂະຫຍາຍສະຕິ ຊາດ-ສະຕິເປັນເຈົ້າ ໃຫ້ສາມາດສ້າງໄດ້ຄວາມສາມັກຄີປອງດອງໃນສັງຄົມໃຫ້ນັບມື້ໜັກແໜ້ນ.


ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ