ວັນທີ່ 14 ມີນານີ້ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງດ້ວຍຖ້ຽວບີນພິເສດ ມາເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໂອກາດນີ້ ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ແລະການນຳແຂວງຫຼວງຳພະບາງ ໄດ້ໄປຢ້ຽມຢາມສະຖານທີ່ຈະກໍ່ສ້າງ ເຂື່ອນໄຟຟ້ານ້ຳຂອງແຂວງຫຼວງພະບາງ ຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະເມືອງປາອູ, ໂດຍໄດ້ຮັບການຕ້ອນຮັບຈາກຜູ້ບໍລິຫານໂຄງການກໍ່ສ້າງ ເຊີ່ງໄດ້ລາຍງານວຽກກະກຽມການກໍ່ ສ້າງລ່ວງໜ້າ ເປັນຕົ້ນ ກໍ່ສ້າງເສັ້ນທາງປູຢາງຈາກບ້ານຫາດຍາ ເມືອງປາກອູ ໄປຫາເຂດພັດທະນາໂຄງການ ປະຈຸບັນສຳເລັດແລ້ວເປັນສ່ວນໃຫຍ່ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນມີນານີ້, ສ່ວນການກໍ່ສ້າງ ຂົວຂ້າມນ້ຳຂອງ ກວ້າງ 9.00 ແມັດ, ຍາວ 500 ແມັດ ຈະໃຫ້ສຳເລັດໃນຕົ້ນປີ 2022, ສຳເລັດສ້າງທ່າເຮືອຊົໍ່ວຄາວ ຢູ່ບ້ານຄົກແສງສຸລິຍາ ເມືອງປາກອູ, ລວມທັງບ້ານມ່ວງແກ້ວ ແລະບ້ານຖີ່ນໂຮງ ເມືອງຈອມເພັດ ແລະກໍ່ສ້າງຕາຂ່າຍໄຟຟ້າລະບົບສາຍສົໍ່ງ 115 KV ແລະ 22 KV ລວມທັງສະຖານີຍ່ອຍ, ສ່ວນການກສ້າງ ທີ່ພັກຊົ່ວຄາວ, ຫ້ອງການ ແລະສີ່ງງອຳນວຍຄວາມສະດວກໃຫ້ກັບວຽກກໍ່ສ້າງ ແມ່ນສຳເລັດແລ້ວເປັນສ່ວນໃຫຍ່. ຄາດວ່າວຽກກະກຽມການກໍ່ ສ້າງລ່ວງໜ້າຈະໃຫ້ສຳເລັດພາຍໃນເດືອນກໍລະກົດ ສ່ວນການກໍ່ສ້າງໂຕເຄື່ອນ ແມ່ນຍັງຖ້າການອານຸມັດຈາກລັດຖະບານ, ຫາກວ່າລັດຖະບານອານຸມັດໃຫ້ດຳເນີນການກໍ່ສ້າງ ແມ່ນຈະໃຊ້ເວລາກໍ່ສ້າງ 7 ປີ ໃຫ້ສຳເລັດ ໂດຍລວມໂຄງການກໍ່ສ້າງເຂື່ອນໄຟຟ້ານຳຂອງແຂວງຫຼວງພະບາງ ແມ່ນຕ້ອງການແຮງງານປະມານ 15.000 ຄົນ. ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນເນັ້ນໃຫ້ຜູ້ບລິຫານໂຄງການສືບຕພັດທະນາໂຄງການ ໂດຍໃຫ້ປະຊາຊົນທ້ອງຖີ່ນມີສ່ວນຮ່ວມຫຼາຍຂື້ນ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນຂອງເມືອງຈອມເພັດ ແລະເມືອງປາກອູໃຫ້ດີຂື້ນ.
ສຳລັບຕອນເຊົ້າຂອງວັນທີ່ 15 ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້ານ້ອມນະມັດສະການ ສາທຸ ອ່ອນແກ້ວ ກິດຕິພັດໂທ ເຈົ້າຄະນະແຂວງ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ, ສາທຸ ບຸນທັນ ປຸນຍະກາມະເຖຣະ ທີ່ປຶກສາອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ແລະສາທຸ ຈັນທະລີນ ຈີນນະທຳໂມ ຮອງເຈົ້າຄະນະແຂວງ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ໂດຍໄດ້ຖວາຍປັດໄຈຈຳນວນໜື່ງ ແລະຢ້ຽມຢາມໂຮງຮຽນມັດທະຍົມສົມບູນສຶກສາສົງ ວັນພູຄວາຍໂພຄາຣາມ, ພ້ອມນີ້ ທ່ານຈະໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ໃນວັນທີ 16 ມີນາ ຕື່ມອີກ.











ຂ່າວ: ອາພຸດເດດ ບຸບຜາ